ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care)

Kris Pavlidis says her mother Efstathia greatly benefited from a Greek-specific aged care facility (Supplied - Kris Pavlidis).jpg

ນາງ Kris Pavlidis ກ່າວວ່າ ແມ່ຂອງນາງ, Efstathia, ໄດ້ຮັບຜົນປໂຍດຢ່າງຫຼວງຫຼາຍ ຈາກສະຖານທີ່ດູແລຜູ້ສູງອາຍຸສູງ ຂອງຊາວກຣີກໂດຍສະເພາະ. Credit: Supplies - Kris Pavlidis

Get the SBS Audio app

Other ways to listen

ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.


ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care).

ປະຊາກອນ ທີ່ມີອາຍຸເພີ່ມຂຶ້ນ ຂອງ
ມີຄວາມແຕກຕ່າງທາງດ້ານວັດທະນະທັມ ແລະພາສາ ຫລາຍກວ່າທີ່ຜ່ານມາ.

ການປ່ຽນແປງນີ້ ໄດ້ຮຽກຮ້ອງໃຫ້ມີສະຖານທີ່ດູແລຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ເພື່ອຮອງຮັບ ວຽກງານຂອງເຂົາເຈົ້າ ຕໍ່ທັດສະນະວັດທະນະທັມ ທີ່ແຕກຕ່າງກັນ ແລະໃຫ້ຂໍ້ມູນ ສໍາລັບຄົນທີ່ທ່ານຮັກ ໃນພາສາຕ່າງໆຢ່າງຫລວງຫລາຍ.

Sam Dover ລາຍງານ

ປະຊາກອນ ທີ່ມີອາຍຸສູງຂອງອອສເຕຣເລັຍ ກໍາລັງເພີ່ມຂຶ້ນທຸກປີ ແລະມີຄວາມຫຼາກຫຼາຍ ທາງວັດທະນະທັມ ແລະພາສາ ຫລາຍຂຶ້ນກວ່າທີ່ຜ່ານມາ.

ແລະດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.

ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.

Violet Platt, CEO ຂອງ Palliative Care Victoria ກ່າວວ່າ ທັດສະນະວັດທະນະທັມ ທີ່ແຕກຕ່າງກັນ ຕໍ່ຄວາມຊະຣາ, ຄວາມເຈັບປ່ວຍ ແລະຄວາມຕາຍ ໄດ້ກະຕຸ້ນໃຫ້ເຂົາເຈົ້າ ປັບຮູບແບບການດູແລຂອງເຂົາເຈົ້າ ໃຫ້ເຂົ້າກັບທັດສະນະວັດທະນະທັມ ຫຼາຍປະການ.

"ເຮົາທຸກຄົນ ຕ່າງກໍມາຈາກພື້ນຖານທີ່ແຕກຕ່າງກັນ ແລະວັດທະນະທັມ ແລະຄວາມເຊື່ອທາງຈິດວິນຍານ ຂອງເຮົາສົ່ງຜົນຕໍ່ວິທີ ທີ່ເຮົາເຂົ້າໃກ້ ການມີອາຍຸສູງຂຶ້ນແທ້ໆ. ບາງຄົນ ໃຊ້ຄຳເວົ້າທີ່ແຕກຕ່າງກັນ ຫລືເລືອກທີ່ຈະປະສົບຄວາມເຈັບປວດ, ນັ້ນແມ່ນຄວາມເຊື່ອຂອງເຂົາ ວ່າມັນເປັນຄວາມປະສົງ ຂອງພຣະເຈົ້າ, ທີ່ເຂົາເຈົ້າມີຄວາມເຈັບປວດ ແລະບໍ່ຈໍາເປັນ ຕ້ອງລາຍງານເຖິງຄວາມເຈັບປວດ ຫລືມີວິທີທາງ ທີ່ເຂົາເຈົ້າ ຈະບໍ່ສະແດງໃຫ້ເຫັນ ເຖິງຄວາມເຈັບປວດ."

ການດູແລແບບປາດສະຈາກຄວາມເຈັບປວດ (Palliative care) ແມ່ນວິທີການ ທີ່ຊ່ອຍປັບປຸງຄຸນນະພາບຂອງຊີວິດ ຂອງຄົນເຈັບ ທີ່ມີອາການເຈັບປ່ວຍໜັກ ແລະມັກຈະເປັນອັນຕະລາຍເຖິງຊີວິດ.

Ms Platt ກ່າວວ່າ ສິ່ງສໍາຄັນຂອງມັນ ທີ່ຈະໃຫ້ຄວາມຮູ້ ແກ່ຜູ້ທີ່ມີຄວາມອັບອາຍ ຫລືຄວາມຢ້ານກົວ ກ່ຽວກັບການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care).

"ມີຄວາມຢ້ານກົວວ່າ ຄໍາເວົ້ານັ້ນ ຫມາຍຄວາມວ່າແນວໃດ ແລະຫລາຍຄົນຄິດວ່າ ຖ້າຫາກທ່ານຖືກສົ່ງໄປ ທີ່ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຫລືກ່າວເຖິງການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ນັ້ນໝາຍຄວາມວ່າ ທ່ານກໍາລັງຈະຕາຍໃນໄວໆນີ້. ທ່ານສາມາດ ໄດ້ຮັບການດູແລແບບປາດສະຈາກຄວາມເຈັບປວດ (Palliative care) ເນື່ອງຈາກການເຈັບປ່ວຍຂອງທ່ານແລະໃຊ້ຊີວິດ ທີ່ດີທີ່ສຸດ ທີ່ທ່ານສາມາດເຮັດໄດ້. ມັນບໍ່ໄດ້ຫມາຍຄວາມວ່າ ຄວາມຕາຍ ແມ່ນໃກ້ເຂົ້າມາ ແລະຄໍາເວົ້າເຫລົ່ານັ້ນ, ໃນບາງວັດທະນະທັມ ເວົ້າບໍ່ໄດ້ ຫລືບໍ່ຢາກຮັບຮູ້ຊ້ຳ."

ດ້ວຍຈໍານວນຜູ້ສູງອາຍຸທີ່ເພີ່ມຂຶ້ນຢ່າງໄວ ໃນອອສເຕຣເລັຍ, ວຽກງານການດູແລ ທີ່ເປັນສ່ວນບຸກຄົນນີ້ ຈຶ່ງບໍ່ແມ່ນເລື່ອງງ່າຍ.

ຂໍ້ມູນປະຈຸບັນ ລະບຸວ່າ ໃນປີ 2026 ຊາວອອສເຕຣເລັຍ ຫຼາຍກວ່າ 22ເປີເຊັນ ຈະມີອາຍຸສູງກວ່າ 65 ປີ ຊຶ່ງເພີ່ມຂຶ້ນຈາກ 16 ເປີເຊັນໃນປີ 2020.

ຢ້ອນກັບໄປ ໃນຕອນຕົ້ນທົດສະວັດ 1970, ມັນຢູ່ພຽງທີ່ 8.3 ເປີເຊັນເທົ່ານັ້ນ.

Ms Platt ກ່າວວ່າ, ບໍ່ວ່າຈະເປັນແນວໃດກໍຕາມ, ສິ່ງສໍາຄັນ ຂອງເຂົາເຈົ້າ ແມ່ນການໃຫ້ບໍຣິ ການ ໃນວິທີການ ທີ່ໃຫ້ຄວາມສຳຄັນຕໍ່ວັດທະນະທັມ ແລະຂຶ້ນກັບຄົນປ່ວຍ.

"ພວກເຮົາ ມີຄົນທີ່ມາຈາກພູມຫຼັງທີ່ແຕກຕ່າງກັນ ທາງດ້ານວັດທະນະທັມ ໃນສະຖານທີ່ດູແລຜູ້ສູງອາຍຸ ທີ່ເວົ້າພາສາອັງກິດຫຼາຍຂຶ້ນ, ແຕ່ອາສາສມັກ, ຄົນເຮັດວຽກ, ຄົນໃນຄອບຄົວ ຫຼືສະມາຊິກຊຸມຊົນ ຫຼືສະມາຊິກຂອງໂບດ ທີ່ໄປຢ້ຽມຢາມທີ່ເວັົ້າພາສານັ້ນໆໄດ້ ແລະນໍາເອົາອາຫານ ທີ່ພວກເຂົາຮູ້ວ່າບຸກຄົນນັ້ນມັກ, ພາພວກເຂົາໄປຢ້ຽມຢາມຊຸມຊົນ ຫຼືນໍາເອົາພິທີທາງສາສນາ ຫຼືບໍຣິການມາໃຫ້ເຂົາເຈົ້າ. ຍັງມີຫຼາຍວິທີ ທີ່ພວກເຮົາສາມາດ ນຳມາຮວມເຂົ້າ ແລະສນັບສນູນບຸກຄົນໄດ້."

ໂຄງການໃຫມ່ຂອງ Palliative Care Victoria, ໂຄງການ Dignified and Respectful Decisions ມີແຫຼ່ງຂໍ້ມູນສະເພາະພາສາ ເພື່ອໃຫ້ແນ່ໃຈວ່າ ສະມາຊິກໃນຄອບຄົວ ແລະຜູ້ມີອຳນາດຕັດສິນໃຈແທນ ສາມາດເຂົ້າເຖິງຂໍ້ມູນ ແລະການສນັບສນູນ ເພື່ອຊ່ວຍເຫຼືອເຂົາເຈົ້າ ໃນຖານະຜູ້ເບິ່ງແຍງ.

ຫນັງສືຄູ່ມືນີ້ ເຊິ່ງກໍາລັງຖືກແປເປັນ 10 ພາສາທີ່ແຕກຕ່າງກັນ ລວມທັງພາສາກຣີກ, ພາສາຈີນກາງ, ພາສາອິຕາລີ, ພາສາສະເປນ, ພາສາອາຣັບ ແລະເຊີເບັຍ, ຈະຊ່ອຍໃຫ້ເຂົາເຈົ້າ ສນັບສນູນ ແລະເປັນປາກສຽງໄດ້ດີຂຶ້ນ ແທນຄົນທີ່ເຂົາເຈົ້າຮັກ.

Tonina Gucciardo-Masci ຜູ້ຈັດການຂອງ Community Engagement, ກ່າວວ່າ ມັນເປັນສິ່ງສໍາຄັນ ທີ່ຄອບຄົວສາມາດຕັດສິນໃຈຢ່າງຮອບຄອບ ກ່ຽວກັບການດູແລ ຂອງຄົນທີ່ເຂົາເຈົ້າຮັກ.

"ການເຮັດໃຫ້ແນ່ໃຈວ່າ ພວກເຮົາພັດທະນາຊັບພະຍາກອນ ທີ່ມີການທົດສອບໂດຍຊຸມຊົນ, ທີ່ຖືກອອກແບບຮ່ວມກັບຊຸມຊົນ, ແລະມີຈຸດປະສົງ ທີ່ຈະເຮັດໃຫ້ແນ່ໃຈວ່າ ປະຊາຊົນໄດ້ຮັບຂໍ້ມູນດີ, ມີຂໍ້ມູນດີເທົ່າທີ່ຈະເປັນໄປໄດ້, ກ່ຽວກັບການບໍຣິການ ທີ່ມີໃຫ້ເຂົາເຈົ້າ ແລະວ່າພວກເຂົາ ສາມາດຕັດສິນໃຈ ກ່ຽວກັບການດູແລຂອງພວກເຂົາ ຢ່າງຖືກຕ້ອງ ຕລອດຂະບວນການທັງຫມົດ."

Kris Pavlidis ເບິ່ງແຍງແມ່ຂອງນາງ, Efstathia, ອາຍຸ 89 ປີ ເປັນເວລາແປດປີ ຫຼັງຈາກທີ່ນາງ ຖືກວິນິດສັຍວ່າເປັນໂຣກສມອງເສື່ອມ ທີ່ເກີດຈາກໂຣກເສັ້ນເລືອດໃນສມອງຫຼາຍຄັ້ງ.

ຫລັງຈາກມີເຫດການຫລາຍເທື່ອ, Kris ໄດ້ຕັດສິນໃຈວ່າ ແມ່ຂອງນາງຕ້ອງການ ການດູແລຕລອດເວລາ ຢູ່ທີ່ສະຖານທີ່ສະເພາະ.

"ຕອນສຸດທ້າຍຂອງເລື້ອງນີ້ ກໍແມ່ນຕອນຂ້ອຍກຳລັງອອກຈາກປະຕູເຮືອນຂອງຂ້ອຍ ແລະຂ້ອຍໄດ້ຍິນສັນຍານຄວັນໄຟ, ແລະມັນດັງຫຼາຍຈົນຂ້ອຍເປີດປະຕູອີກ. ຂ້ອຍຄິດວ່າ ມັນເປັນສັນຍານຄວັນຂອງຂ້ອຍ. ແລ້ວຂ້ອຍກໍສະເດືອກວ່າ, ນັ້ນບໍ່ແມ່ນ, ມັນຕ້ອງເປັນຂອງແມ່ຂ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງເວົ້າວ່າ 'ມັນເກີດຫຍັງຂຶ້ນ?' ຂ້ອຍໄປທີ່ປະຕູຫນ້າບ້ານ ແລະເຫັນຄວັນຢູ່ບໍຣິເວນເຮືອນຄົວ. ນາງເຮັດໃຫ້ເກີດໄຟໄໝ້ເລັກນ້ອຍ ຕອນທີ່ນາງພະຍາຍາມເຮັດອາຫານ. ແລະກໍໂຊກດີ ທີ່ໄຟບໍ່ໄດ້ ໄໝ້ນາງ ແລະນັ້ນ ແມ່ນຕອນທີ່ຂ້ອຍຄິດວ່າ ຂ້ອຍສາມາດເຮັດແບບນີ້ຕໍ່ໄປບໍ່ໄດ້."

Ms Pavlidis ໄດ້ຕັດສິນໃຈ ຍ້າຍແມ່ຂອງນາງ ໄປຢູ່ສະຖານທີ່ດູແລຜູ້ສູງອາຍຸ ຂອງຊາວກຣີກ ໂດຍສະເພາະ.

ນາງເວົ້າວ່າ ສໍາລັບແມ່ຂອງນາງ, ຜູ້ທີ່ໄດ້ຍ້າຍມາຢູ່ອອສເຕຣເລັຍ ຕອນທີ່ນາງອາຍຸຍັງນ້ອຍ, ມັນເປັນສິ່ງສໍາຄັນ ທີ່ຈະຢູ່ໃກ້ກັບວັດທະນະທັມ, ພາສາ ແລະອາຫານ ຂອງບັນພະບຸຣຸດຂອງນາງ.

"ການຢູ່ທີ່ສະຖານທີ່ສະເພາະ ຂອງກຣີກ ບ່ອນທີ່ພາສາ ແລະອາຫານແມ່ນກຣີກ, 90 ເປີເຊັນ ຂອງເມນູ ແມ່ນອາຫານກຣີກແບບດັ້ງເດີມ. ແລະເຂົາເຈົ້າ ຈະອ່ານໜັງສືພິມພາສາກຣີກໃນຕອນເຊົ້າ, ແລ້ວທຸກສິ່ງທຸກຢ່າງ ທີ່ເຂົາເຈົ້າເຮັດ ແມ່ນພາສາກຣີກ. ສະນັ້ນ, ຈຶ່ງສໍາຄັນຫລາຍສໍາລັບເຮົາ ເພາະວ່າແມ່ຂອງຂ້າພະເຈົ້າ ໄດ້ໄປຮ່ວມສະໂມສອນສັງຄົມສະເພາະຂອງຊາວກຣີກ ຫລາຍແຫ່ງ ກ່ອນທີ່ນາງຈະເປັນໂຣກຫຼອດເລືອດໃນສມອງ ແລະຄວາມຮູ້ທີ່ເສື່ອມໂຊມລົງ. ແລະໃນຕອນທຳອິດນາງເຄີຍເວົ້າວ່າ, 'ໂອ້, ນີ້ແມ່ນປານຢູ່ສະໂມສອນຕລອດເວລາ.'"

Ms Pavlidis ກ່າວວ່າ, ຕລອດໄລຍະ ທີ່ແມ່ຂອງນາງຢູ່ທີ່ນີ້, ນາງຈະເປັນຜູ້ເວົ້າຕ່າງ ເລື້ອງການດູແລຂອງແມ່ນາງ ຢ່າງສມ່ຳສເມີ ແລະໄດ້ເຮັດວຽກຮ່ວມກັບພະນັກງານ ເພື່ອໃຫ້ແນ່ໃຈວ່າ ແມ່ຂອງນາງ ມີຄຸນນະພາບຊີວິດທີ່ ດີທີ່ສຸດ ໃນຊ່ວງສຸດທ້າຍຂອງຊີວິດ.

ນາງແນະນໍາຄົນອື່ນ ໃຫ້ມີສ່ວນຮ່ວມ ແລະຮຽນຮູ້ວິທີ ທີ່ຈະສນັບສນູນຄົນທີ່ເຂົາເຈົ້າຮັກໃຫ້ດີທີ່ສຸດ.

"ມັນເປັນສິ່ງສໍາຄັນ ສໍາລັບຜູ້ສນັບສນູນ ຂອງບຸກຄົນທີ່ຢູ່ໃນສະຖານທີ່ ທີ່ຈະມີສ່ວນຮ່ວມຫຼາຍ, ໄດ້ຮັບຂໍ້ມູນຫຼາຍເພື່ອສນັບສນູນ ແລະເວົ້າແທນ ໃນນາມຂອງບຸກຄົນນັ້ນ"

ເນື້ອເລື່ອງໂດຍ Sam Dover  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share