ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ

Debbie Watson.jpg

Traditional healer Debbie Watson

Get the SBS Audio app

Other ways to listen

ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.


ຈຸດສຳຄັນ
  • ສໍາລັບຊາວ First Nations, ສຸຂະພາບ ເປັນແນວຄິດແບບຮອບດ້ານ, ເປັນການປະສົມປະສານ ທີ່ຊັບຊ້ອນ ລະຫວ່າງສວັດດີພາບ ທາງຮ່າງກາຍ, ອາຣົມ, ສັງຄົມ ແລະວິນຍານ.
  • ການປິ່ນປົວແບບດັ້ງເດີມ ເປັນການປະສົມ ຂອງສິ່ງທີ່ມີຕົວຕົນ ແລະທາງວິນຍານ.
  • • ຜູ້ປິ່ນປົວແບບດັ້ງເດີມ ໄດ້ຮັບມໍຣະດົກ ທາງຄວາມຮູ້ ແລະຄວາມສາມາດ ຂອງການປິ່ນປົວ ຈາກຄົນລຸ້ນຫນຶ່ງ ຫາຄົນອີກລຸ້ນຫນຶ່ງ.
  • ການແພດແບບດັ້ງເດີມ ແລະການແພດສມັຍໃຫມ່ ສາມາດທໍາງານຄຽງຄູ່ກັນ ແລະໃຫ້ການປິ່ນປົວ ທີ່ຮູ້ສຶກໄວທາງວັດທະນະທັມ ຫລາຍຂຶ້ນ ຕໍ່ບັນຫາຂອງເຂົາເຈົ້າ.
ສໍາລັບຊາວ First Nations, ສຸຂະພາບ ຄອບຄຸມໄກກວ່າ ການບໍ່ມີໂຣກ ຫລືຄວາມເຈັບປ່ວຍເທົ່ານັ້ນ. ມັນເປັນແນວຄິດ ທີ່ລວມເອົາທັງຄວາມຊັບຊ້ອນ ຂອງສວັດດີພາບ ຂອງຮ່າງກາຍ, ຈິດໃຈ, ສັງຄົມ ແລະວິນຍານ.

ດັ່ງນັ້ນ, ການປິ່ນປົວແບບດັ້ງເດີມ ຂອງຊາວພື້ນເມືອງ ບໍ່ພຽງແຕ່ເຈາະຈົງ ໃສ່ການປິ່ນປົວຄວາມເຈັບປ່ວຍທາງຮ່າງກາຍເທົ່ານັ້ນ, ມັນຍັງພະຍາຍາມ ທີ່ຈະໃຫ້ຄວາມສົມດຸນ ລະຫວ່າງມິຕິຕ່າງໆ ຂອງຄວາມເປັນຢູ່ທີ່ດີ.

Dr Alana Gall, ຜູ້ຍິງຊາວ Truwulway ຈາກຝັ່ງທະເລ ພາກຕາເວັນອອກສ່ຽງເຫນືອ ຂອງເມືອງ Lutruwita, ມີຄວາມກະຕືລືລົ້ນ ກ່ຽວກັບການປິ່ນປົວແບບແບບດັ້ງເດີມ ຕັ້ງແຕ່ນາງຍັງນ້ອຍ.

"ຢູ່ບ້ານເຮົາ, ພວກເຮົາ ໄດ້ໃຊ້ຢາທັມມະຊາດ ທີ່ແຕກຕ່າງກັນ ແລະສິ່ງອື່ນໆ, ແລະພໍ່ຂອງຂ້ອຍ ຈະອອກໄປລ່າສັດສເມີ ແລະການປະຕິບັດຕ່າງໆ, ສະນັ້ນ ພິທີກັມ ແລະການປະຕິບັດທາງຈິດວິນຍານ ທີ່ແຕກຕ່າງກັນ ລ້ວນເປັນສ່ວນສໍາຄັນ ໃນຊີວິດຂອງຂ້ອຍ."
Dr Alana Gall.jpg
Dr Alana Gall
ນາງເປັນນັກຄົ້ນຄວ້າ ຫລັງຈາກໄດ້ຮັບປະຣິນຍາເອກ ໃນດ້ານການແພດທັມມະຊາດ ທີ່ມະຫາວິທະຍາໄລ Southern Cross ແລະມີບົດບາດຫລາຍຢ່າງ ໃນການສນັບສນູນ ສາທາຣະນະຊົນ ຮວມທັງເປັນຜູ້ອໍານວຍການ ການປິ່ນປົວພື້ນເມືອງດັ້ງເດີມ ຂອງ Traditional, Complementary and Integrative Medicine (TCI).

ນາງເວົ້າວ່າ ຄໍາສັບທີ່ວ່າ "ການປິ່ນປົວປ່າ (Bush Medicine)", ຊຶ່ງສ່ວນຫລາຍ ຈະໃຊ້ແທນກັບການປິ່ນປົວແບບດັ້ງເດີມ, ສາມາດຈໍາກັດຄວາມເຂົ້າໃຈ ຂອງຜູ້ຄົນ ວ່າການປິ່ນປົວແບບດັ້ງເດີມ ແມ່ນຫຍັງ.

ຜູ້ຄົນມັກຈະຄິດວ່າ ມັນເປັນບາງສິ່ງທາງຮ່າງກາຍ ດັ່ງການຫັນໃຈ, ຫລືຢາທີ່ໃຊ້ ຫລືກິນ.

ເຖິງຢ່າງໃດກໍຕາມ, "ການປິ່ນປົວຂອງເຮົາ ແມ່ນຫຼາຍກວ່ານັ້ນ" ນາງອະທິບາຍ.

"ການປິ່ນປົວແບບດັ້ງເດີມ ສາມາດຮວມເຖິງ ພິທີກັມການປິ່ນປົວ,ການປິ່ນປົວທາງວິນຍານ ແລະຜູ້ປິ່ນປົວແບບດັ້ງເດີມ."
ພວກເຮົາຍັງເຫັນປະເທດຂອງພວກເຮົາ, ແຜ່ນດິນຂອງພວກເຮົາ ເປັນຜູ້ປິ່ນປົວຄືກັນ. ສະນັ້ນ, ພວກເຮົາ ຈຶ່ງມີປະເທດແຫ່ງການແພດ ຄືກັນ. ແຕ່ສິ່ງທັງຫມົດນັ້ນ ຄືສິ່ງທີ່ຜູ້ຄົນມັກເວົ້າເຖິງຕອນນີ້, ເປັນວິທີການຮູ້ຈັກ, ການເປັນຢູ່ ແລະການປະຕິບັດ.
Dr Alana Gall

ຜູ້ປິ່ນປົວແບບດັ້ງເດີມ

Debbie Watson ເປັນ ngangkari ຫລືຜູ້ປິ່ນປົວດັ້ງເດີມພື້ນເມືອງ ຂອງຊາວ Pipalyatjara ໃນແຜ່ນດິນ Aṉangu Pitjantjatjara Yankunytjatjara ໃນ South Australia.

ຜູ້ປິ່ນປົວ Ngangkari ຊ່ວຍປັບປຸງວິນຍານ, ຊຶ່ງເຂົາເຈົ້າເຫັນວ່າ ເປັນອົງປະກອບຫຼັກ ຂອງຮ່າງກາຍມະນຸດ.

"ຂ້ອຍປິ່ນປົວຜູ້ຄົນດ້ວຍມືຂອງຂ້ອຍ. ຂ້ອຍເຫັນພາຍໃນ ແລະຮູ້ສຶກເຖິງພະລັງງານຂອງເຂົາເຈົ້າ, ແລະສິ່ງທີ່ເຂົາເຈົ້າມີຢູ່ພາຍໃນ, ຂ້ອຍເຮັດວຽກກັບວິນຍານນຳອີກ."

"ຂ້ອຍປິ່ນປົວຜູ້ຄົນດ້ວຍມືຂອງຂ້ອຍ. ຂ້ອຍເຫັນພາຍໃນ ແລະຮູ້ສຶກເຖິງພະລັງງານຂອງເຂົາເຈົ້າ, ແລະສິ່ງທີ່ເຂົາເຈົ້າມີຢູ່ພາຍໃນ, ຂ້ອຍເຮັດວຽກກັບວິນຍານນຳອີກ."

ລາວເວົ້າວ່າ: "ວິນຍານຈະບໍ່ມີຄວາມເຈັບປວດ."

ຄວາມສາມາດທີ່ຈະປິ່ນປົວຜູ້ຄົນ ໄດ້ຖືກສົ່ງຕໍ່ ຈາກຄົນລຸ້ນຫນຶ່ງ ຫາຄົນອີກລຸ້ນຫນຶ່ງ.

Ms Watson ມາຈາກເຊື້ອສາຍ ຂອງຜູ້ປິ່ນປົວທີ່ຍາວນານ. ນາງໄດ້ຮຽນຮູ້ຄວາມຊໍານານຈາກພໍ່ຂອງນາງ ຕອນນາງຍັງນ້ອຍ.

"ເພິ່ນໄດ້ສອນຂ້ອຍໃຫ້ເປັນຜູ້ປິ່ນປົວ, ເປັນຜູ້ປິ່ນປົວ ທີ່ຊຳນານ."
Debbie Watson 2.jpg
Debbie Watson
Ms Watson ເປັນຜູ້ອໍານວຍການ ແລະ ເປັນຜູ້ຮ່ວມກໍ່ຕັ້ງ Aṉangu Ngangkaṟi Tjutaku Aboriginal Corporation (ANTAC) ເຊິ່ງເປັນສະມາຄົມຜູ້ປິ່ນປົວ ຊາວ Aboriginal ບ່ອນທໍາອິດ ຂອງອອສເຕຣເລັຍ.

Ms Watson ເປັນຜູ້ອໍານວຍການ ແລະ ເປັນຜູ້ຮ່ວມກໍ່ຕັ້ງ Aṉangu Ngangkaṟi Tjutaku Aboriginal Corporation (ANTAC) ເຊິ່ງເປັນສະມາຄົມຜູ້ປິ່ນປົວ ຊາວ Aboriginal ບ່ອນທໍາອິດ ຂອງອອສເຕຣເລັຍ.

Dr Francesca Panzironi ເປັນຜູ້ຮ່ວມກໍ່ຕັ້ງ ແລະ CEO ຂອງ ANTAC, ຊຶ່ງມີພື້ນຖານດ້ານກົດຫມາຍສິດທິມະນຸດສາກົນ (International Human Rights Law).

ຄວາມຢາກຮູ້ຢາກເຫັນຂອງນາງ ກ່ຽວກັບການປິ່ນປົວແບບດັ້ງເດີມ ຂອງຊາວ Aboriginal ແລະຊ່ອງວ່າງໃນຫນັງສື ໄດ້ເຮັດໃຫ້ນັກວິຊາການຊາວອິຕາລຽນ "ເຂົ້າໄປໃນສິ່ງທີ່ບໍ່ຮູ້ຈັກ".

ຫລັງຈາກໄດ້ຕິດຕໍ່ກັບ ngangkaris ໃນ South Australia ແລະປຶກສາຫາລືກັບຊຸມຊົນ, Dr Panzironi ໄດ້ຮັບຮູ້ ເຖິງຄວາມຈໍາເປັນ ໃນການເຂົ້າເຖິງ ການບໍຣິການດັ່ງກ່າວ ໄດ້ງ່າຍຂຶ້ນ.
ຜູ້ຄົນຕ້ອງການມັນແທ້ໆ. ມັນບໍ່ໄດ້ເປັນພຽງແຕ່ ທິດສະດີເທົ່ານັ້ນ. ຜູ້ຄົນຮູ້ສຶກດີຂຶ້ນ, ຜູ້ຄົນຕ້ອງການມັນ.
Dr Francesca Panzironi
ປະຈຸບັນນີ້, ANTAC ກໍາລັງເຮັດ ໃຫ້ການປິ່ນປົວແບບດັ້ງເດີມ ເຂົ້າເຖິງສາທາຣະນະຊົນ, ຈາກການບໍຣິການດ້ານສຸຂະພາບ ຈົນເຖິງບໍຣິການດ້ານເລື້້ອການກັກຂັງ ແລະສະຖາບັນອື່ນໆ ທີ່ສົນໃຈທີ່ຈະຮຽນຮູ້ ແລະສຳຜັດກັບມັນ.

ເຖິງແມ່ນວ່າ ການປິ່ນປົວແບບດັ້ງເດີມ ບໍ່ໄດ້ແທນທີ່ການປິ່ນປົວແບບຊີວະການແພດ, ແຕ່ "ມັນສາມາດທໍາງານຄຽງຄູ່ກັນ" ແລະໃຫ້ການປິ່ນປົວ ທີ່ລະອຽດອ່ອນທາງວັດທະນະທັມ ຫລາຍກວ່າເກົ່າ ຕໍ່ບັນຫາຂອງເຂົາເຈົ້າ, Dr Panzironi ກ່າວ.

"ມັນສາມາດ ທໍາງານຮ່ວມກັນໄດ້"

Brett Rowling ເປັນຜູ້ສືບເຊື້ອສາຍ ຂອງຊາວ Bungoree ແລະMatora, ແລະເປັນນັກເຄມີວິເຄາະ (Analytical Chemist).

ລາວກ່າວວ່າ ການປິ່ນປົວແບບດັ້ງເດີມ ແລະການປິ່ນປົວສມັຍໃຫມ່, ເຖິງແມ່ນເບິ່ງຄືວ່າກົງກັນຂ້າມ, ແຕ່ສາມາດເສີມກັນໄດ້, ເຮັດໃຫ້ເຫັນສອງມຸມ ທີ່ແຕກຕ່າງກັນ.
ຫນຶ່ງ, ແມ່ນເລື່ອງບອກເລົ່າຈາກປາກຂອງເຮົາ, ຄໍາສອນ ແລະສິນທັມທີ່ມີຄວາມລັບ, ແລະອີກດ້ານຫນຶ່ງ ແມ່ນວິທີທໍາງານຂອງຄົນຂາວ, ຂໍ້ມູນ ແລະການວິຈັຍ ມັນເປັນສອງຟາກທີ່ກົງກັນຂ້າມ, ແຕ່ສາມາດເຮັດວຽກຮ່ວມກັນໄດ້.
Brett Rowling
ຍົກຕົວຢ່າງ, Paracetamol ອີງໃສ່ຂໍ້ມູນ ແລະການວິເຄາະທາງວິທະຍາສາດສມັຍໃຫມ່, ແຕ່ການປິ່ນປົວແບບດັ້ງເດີມ ເຊິ່ງຖືກຖ່າຍທອດຈາກການບອກເລົ່າດ້ວຍປາກເປົົ່າ ກໍສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຄືກັນ, ຈາກສອງມຸມມອງທີ່ແຕກຕ່າງກັນ, ແຕ່ແນໃສ່ ປະເດັນດຽວ.
Brett Rowling.jpg
Brett Rowling
"ພວກເຮົາ ໄດ້ປະຕິບັດມາຕັ້ງແຕ່ຕອນຕົ້ນຂອງການເວລາ. ພວກເຮົາມີທຸກຢ່າງ. ມັນບໍ່ຄືກັນກັບວ່າ ພວກເຮົາໄດ້ລໍຖ້າໃຫ້ຄົນຜິວຂາວ ມາອະທິບາຍວ່າ ສິ່ງຕ່າງໆຄວນເຮັດແນວໃດ. ພວກເຮົາມີຢາ ແລະເຕັກນິກ ທີ່ແຕກຕ່າງກັນຢູ່ແລ້ວ."

Mr Rowling ກ່າວວ່າ ມັນເຖິງເວລາແລ້ວທີ່ຈະ "ປຸກສິ່ງນັ້ນໃຫ້ຕື່ນຂຶ້ນແລະສະແດງ ໃຫ້ຜູ້ຄົນ ແລະໂລກເຫັນ."

ມີຫລາຍສິ່ງຫລາຍຢ່າງ ທີ່ໂລກສາມາດໄດ້ຮັບຜົນປໂຍດ ຈາກຄວາມຮູ້ນີ້, Dr Gall ກ່າວ.

"ໃນ
, ເຮົາເປັນວັດທະນະທັມ ທີ່ເກົ່າແກ່ທີ່ສຸດໃນໂລກນີ້. ສະນັ້ນ ຈຶ່ງມີພູມປັນຍາທີ່ເຮົາມີ, ກ່ຽວກັບວິທີ ທີ່ຈະດູແລໂລກ, ກ່ຽວກັບວິທີປິ່ນປົວ ໃນວິທີທີ່ເຮົາໄດ້ເຮັດມາໂດຍຕລອດ.

ຖ້າເຮົາໃຊ້ຄວາມຮູ້ນັ້ນ, ແລ້ວເຮົາຈະສາມາດ ສ້າງຄວາມແຕກຕ່າງໃນບັນຫາ ໃນປະຈຸບັນ ເຊັ່ນຈຸລິນຊີ (Microbes) ສາຍພັນ ທີ່ຕ້ານທານກັບຢາຂ້າເຊື້ອ(Antibiotic-resistant Strains), Dr Gall ອະທິບາຍ.

ຖ້າເຮົາໃຊ້ຄວາມຮູ້ນັ້ນ, ແລ້ວເຮົາຈະສາມາດ ສ້າງຄວາມແຕກຕ່າງໃນບັນຫາ ໃນປະຈຸບັນ ເຊັ່ນຈຸລິນຊີ (Microbes) ສາຍພັນ ທີ່ຕ້ານທານກັບຢາຂ້າເຊື້ອ(Antibiotic-resistant Strains), Dr Gall ອະທິບາຍ.

ການປົກປ້ອງຄວາມຮູ້

ເຖິງຢ່າງໃດກໍຕາມ, ຖ້າປາດສະຈາກການປົກປ້ອງທີ່ເຫມາະສົມ ສໍາລັບຄວາມຮູ້ນີ້, ບາງຊຸມຊົນ ມີຄວາມລັງເລໃຈ ທີ່ຈະແບ່ງປັນຄວາມຮູ້ຂອງເຂົາເຈົ້າ, ແລະໃນກໍຣະນີທີ່ຮ້າຍແຮງທີ່ສຸດ, ຜູ້ອາວຸໂສກໍຈະຕາຍໄປ ແລະເອົາຄວາມຮູ້ນັ້ນໄປນໍາ, Dr Gall ອະທິບາຍ.

"ຄວາມເປັນຈິງກໍຄື ຄວາມຮູ້ຂອງເຮົາ ບໍ່ໄດ້ຮັບການປົກປ້ອງ. ນັ້ນຫມາຍຄວາມວ່າ ມັນບໍ່ປອດພັຍ ສໍາລັບເຮົາ ທີ່ຈະໃຫ້ຄວາມຮູ້ນັ້ນໄປຢ່າງອິດສຣະ."

"ຄວາມເປັນຈິງກໍຄື ຄວາມຮູ້ຂອງເຮົາ ບໍ່ໄດ້ຮັບການປົກປ້ອງ. ນັ້ນຫມາຍຄວາມວ່າ ມັນບໍ່ປອດພັຍ ສໍາລັບເຮົາ ທີ່ຈະໃຫ້ຄວາມຮູ້ນັ້ນໄປຢ່າງອິດສຣະ."

ສະນັ້ນ, ຜູ້ຄົນທີ່ເປັນເຈົ້າຂອງຄວາມຮູ້ນີ້ ອາດບໍ່ສາມາດເຂົ້າເຖິງ ແລະໄດ້ຮັບປໂຍດຈາກຄວາມຮູ້ເຫຼົ່ານີ້, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຍືນຍົງ, ນາງກ່າວຕື່ມ.

ເປົ້າຫມາຍໄລຍະຍາວ ຂອງ Dr Gall ຄືການຈັດລະບົບໄວ້ ເພື່ອວ່າຄວາມຮູ້ນີ້ ຈະສາມາດແບ່ງປັນ ເພື່ອປໂຍດຂອງສຸຂະພາບ ຂອງໂລກມະນຸດ.

ເນື້ອເລື່ອງໂດຍ Yumi Oba ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່


Share