ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ.

ANTHONY ALBANESE CHILDHOOD WORKERS PRESSER

ການຢ້ຽມຢາມພິເສດ ທີ່ສູນດູແລເດັກ ໃນພາກຕາເວັນຕົກ ຂອງ Sydney ໂດຍທ່ານ Anthony Albanese. Source: AAP / MICK TSIKAS/AAPIMAGE

Get the SBS Audio app

Other ways to listen

ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.


ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ.

ພະນັກງານດູແລເດັກ ຖືກກໍານົດໃຫ້ໄດ້ຮັບເງິນຕື່ມອີກ 103 ໂດລາຕໍ່ອາທິດໂດຍສເລັ່ຍ, ຕາມຄໍາສັນຍາ ຂອງຣັຖບານກາງ ກ່ຽວກັບການເພີ່ມຂຶ້ນຂອງຄ່າຈ້າງ.

ການເພີ່ມຂຶ້ນທັງຫມົດ 15% ຊຶ່ງຈະຖືກຈັດໃຫ້ຄົບ ໃນໄລຍະສອງປີຂ້າງຫນ້າ, ແລະຂຶ້ນຢູ່ກັບສັນຍາ ວ່າຈະບໍ່ເພີ່ມຄ່າໃຊ້ຈ່າຍຂອງຕົນ ໃຫ້ຫຼາຍກວ່າ 4.4 ເປີເຊັນ ໃນໄລຍະປີຫນ້າ.

Catriona Stirrat ລາຍງານ.

ການຢ້ຽມຢາມພິເສດ ທີ່ສູນດູແລເດັກ ໃນພາກຕາເວັນຕົກ ຂອງSydney.. .ໃນຂນະທີ່ ນາຍົກຣັຖມົນຕີ ປະກາດເພີ່ມຄ່າແຮງ ໃຫ້ແກ່ຜູ້ດູແລເດັກ.

ເຂົາເຈົ້າຈະໄດ້ຮັບການເພີ່ມຄ່າຈ້າງ 15 ເປີເຊັນ ຊຶ່ງຈະຖືກຈັດໃຫ້ຄົບ ໃນເວລາສອງປີ, ຕາມເງື່ອນໄຂທີ່ວ່າ-ສູນດູແລເດັກ ຕົກລົງທີ່ຈະບໍ່ເພີ່ມຄ່າໃຊ້ຈ່າຍຂອງເຂົາເຈົ້າ ໃຫ້ຫລາຍກວ່າ 4.4 ເປີເຊັນໃນປີຕໍ່ໄປ.

ການປະກາດ ໄດ້ມີຂຶ້ນຈາກສັນຍາງົບປະມານ ຂອງຣັຖບານກາງ ໃນເດືອນພຶດສະພາ.

"ການເພີ່ມຄ່າຈ້າງຂຶ້ນ 15% ນີ້ ແມ່ນຍຸດຕິທັມ ສໍາລັບວຽກທີ່ນັກການສຶກສາວັຍເດັກ (Early Childhood Educators) ເຮັດ, ບໍ່ພຽງແຕ່ດູແລລູກຂອງພວກເຮົາເທົ່ານັ້ນ, ເພາະວ່າ ນັ້ນບໍ່ແມ່ນສິ່ງທີ່ພວກເຂົາເຮັດຢ່າງດຽວ. ແມ່ນແລ້ວ, ພວກເຂົາໃສ່ໃຈເຂົາເຈົ້າ, ແຕ່ພວກເຂົາ ດູແລເຂົາເຈົ້າ, ແລະທີ່ສໍາຄັນ, ພວກເຂົາກໍໃຫ້ຄວາມຮູ້ເຊັ່ນກັນ. ການພັດທະນາສມອງຂອງມະນຸດ ເກີດຂຶ້ນໃນຊ່ວງເວລາຫ້າປີທໍາອິດ ໃນຊີວິດຂອງຄົນ, ແລະນັ້ນ ແມ່ນເຫດຜົນທີ່ວ່າ ນີ້ຈຶ່ງມີຄວາມສໍາຄັນຫຼາຍ."

ມັນເປັນການເພີ່ມຂຶ້ນຂອງຄ່າຈ້າງ ທີ່ນັກການສຶກສາວັຍເດັກ (Early Childhood Educators) ກ່າວວ່າ ມີຄວາມສໍາຄັນ-ຮ່ວມທັງ Karen Moran ທີ່ເປັນສະມາຊິກຂອງ Queensland Early Childhood Educator and United Workers Union.

"ພວກເຮົາ ຍິນດີໃນການຕັດສິນໃຈຂອງຣັຖບານ ພັກແຮງງານ Albanese ໃນມື້ນີ້ ຊຶ່ງເປັນເວລາ 20 ປີໃນການລໍຄອຍ. ນັກການສຶກສາວັຍເດັກ (Early Childhood Educators) ເຮັດວຽກທີ່ສໍາຄັນທີ່ສຸດໃນປະເທດ, ແຕ່ເປັນເວລານານ ທີ່ຄຸນຄ່າຂອງພວກເຂົາເຈົ້າບໍ່ໄດ້ຖືກພົບເຫັນ ແລະໄດ້ຮັບຄ່າຈ້າງຕ່ຳທີ່ສຸດ. ແລະການຕັດສິນໃຈໃນມື້ນີ້ ຈະປ່ຽນຊີວິດຂອງຜູ້ຄົນ. ຫມາຍຄວາມວ່າ ນັກການສຶກສາວັຍເດັກ (Early Childhood Educators) ທີ່ຕ້ອງໄດ້ອາສັຍທະນາຄານອາຫານ ເພື່ອລ້ຽງດູຄອບຄົວຂອງຕົນ ຈະບໍ່ຕ້ອງເຮັດແນວນັ້ນອີກຕໍ່ໄປ. ແລະຜູ້ທີ່ເຮັດສອງ-ສາມວຽກ ເພື່ອຫາລາຍໄດ້ ກໍຈະສາມາດໃຊ້ເວລາກັບຄອບຄົວຂອງເຂົາເຈົ້າໄດ້ຫລາຍຂຶ້ນ."

ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025.

ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າສນັບສນູນການຂຶ້ນຄ່າແຮງ ສໍາລັບນັກການສຶກສາວັຍເດັກ (Early Childhood Educators) ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.

"ທ່ານບໍ່ສາມາດໄດ້ຮັບຜົນປໂຍດ ໃນຖານະຄົນງານ ຖ້າຫາກວ່າທ່ານໄດ້ຮັບເງິນ ຈໍານວນຫນຶ່ງໃນມືຫນຶ່ງຈາກແຮງງານ, ແຕ່ຈາກນັ້ນທະນາຄານ ກໍເອົາເງິນນັ້ນຈາກມືທ່ານ ແລະຫຼາຍກວ່ານັ້ນ ເນື່ອງຈາກວ່າ ອັດຕາດອກເບັ້ຍເງິນກູ້ຂອງທ່ານ ໄດ້ເພີ່ມຂຶ້ນ ແລະການຊໍາລະເງິນກູ້ຢືມຂອງທ່ານ ໄດ້ເພີ່ມຂຶ້ນອີກໃນເດືອນນີ້. ແລະມັນບໍ່ແມ່ນພຽງແຕ່ອັດຕາດອກເບັ້ຍເງິນກູ້ເທົ່ານັ້ນ ທີ່ໄດ້ເພີ່ມຂຶ້ນ ພາຍໃຕ້
ແຮງງານ. ເມື່ອທ່ານໄປຊື້ສິນຄ້າ, ທ່ານຮູ້ວ່າ ທຸກຄັ້ງທີ່ທ່ານໃຊ້ບັດຂອງທ່ານ ຫຼືຈ່າຍເງິນສົດ ໃນການຊື້ຂອງ, ທ່ານຈະໄດ້ຮັບຫນ້ອຍລົງເລື້ອຍໆ ສໍາລັບເງິນນັ້ນ. ແລະນັ້ນກໍຍ້ອນວ່າ ເງິນເຟີ້ເປັນບັນຫາໃຫຍ່ ທີ່ພັກແຮງງານໄດ້ສ້າງຂຶ້ນ."

ແຕ່ຣັຖມົນຕີ ກະຊວງສຶກສາໃນວັຍເດັກ (Early Childhood Education)ທ່ານນາງ Anne Aly ກ່າວວ່າ ຣັຖບານອື່ນບໍ່ເຄີຍໄດ້ຟັງນັກການສຶກສາວັຍເດັກ (Early Childhood Educators) ຈົນກວ່າຣັຖບານແຮງງານນີ້.

ຣັຖມົນຕີ Aly ກ່າວວ່າ ນາງໄດ້ລົງນາມໃນຄໍາຫມັ້ນສັນຍາ ທີ່ຈະສນັບ ສນູນການເພີ່ມຄ່າຈ້າງ ໃຫ້ແກ່ພວກນັກການສຶກສາວັຍເດັກ (Early Childhood Educators) ໃນຕອນທີ່ທ່ານນາງ ໄດ້ເຂົ້າຮ່ວມໃນຣັຖບານເທື່ອທໍາອິດ ໃນປີ 2016.

ບັດນີ້, ໃນທີ່ສຸດ ການຮຽກຮ້ອງນັ້ນ ກໍໄດ້ກາຍເປັນຄວາມຈິງແລ້ວ.

"ພວກເຮົາຮູ້ວ່າ 90% ຂອງການພັດທະນາສມອງ ເກີດຂຶ້ນໃນຫ້າປີທໍາອິດເຫຼົ່ານັ້ນ. ນີ້ບໍ່ແມ່ນການລ້ຽງດູເດັກນ້ອຍ. ນີ້ບໍ່ແມ່ນການເຊັດກົ້ນແລະເຊັດຂີ້ມູກເທົ່ານັ້ນ. ນີ້ແມ່ນການສຶກສາ. ພວກເຮົາເຫັນທ່ານ, ພວກເຮົາໄດ້ຍິນທ່ານ. ພວກເຮົາຮັບຮູ້ທ່ານ. ພວກເຮົາຮັບຮູ້ເຖິງວຽກງານທີ່ສໍາຄັນ ແລະເປັນມືອາຊີບ ທີ່ທ່ານເຮັດໃນການຊ່ອຍເຫລືອຊາວ
ທີ່ອາຍຸນ້ອຍທີ່ສຸດຂອງພວກເຮົາ ໃຫ້ຈະເຣີນເຕີບໂຕ."

ຣັຖມົນຕີກະຊວງສຶກສາ, ທ່ານ Jason Clare ໄດ້ສະທ້ອນຄໍາສັນລະເສີນນີ້.

"ນັກການສຶກສາວັຍເດັກ (Early Childhood Educators) ຂອງພວກເຮົາສົມຄວນໄດ້ຮັບຫລຽນຄໍາ. ເຂົາເຈົ້າ ຍັງສົມຄວນທີ່ຈະໄດ້ຮັບຄ່າຈ້າງເພີ່ມຂຶ້ນ, ແລະນັ້ນ ຄືສິ່ງທີ່ກ່ຽວກັບເລື່ອງນີ້. ໃນໄລຍະຊ່ວງປີຜ່ານມາ ຫຼືຫຼາຍກວ່ານັ້ນ, ພວກເຮົາໄດ້ຕັດຄ່າໃຊ້ຈ່າຍ ໃນການເບິ່ງແຍງເດັກສໍາລັບຫຼາຍກວ່າ ຫນຶ່ງລ້ານຄອບຄົວ ໃນອອສເຕຣເລັຍ, ແລະນີ້ແມ່ນບາດກ້າວຕໍ່ໄປ, ສນັບສນູນຜູ້ທີ່ເຮັດໃຫ້ສິ່ງເຫຼົ່ານີ້ເປັນໄປໄດ້. ຜູ້ທີ່ດູແລລູກໆຂອງເຮົາ ໂດຍການຍົກຄ່າຈ້າງຂອງພວກເຂົາ."

ໜ່ວຍງານລະດັບຊາດ ທີ່ເປັນຕົວແທນໃຫ້ແກ່ນັກການສຶກສາ(Educators) ຈາກໂຮງຮຽນ ແລະສູນດູແລເດັກເອກກະຊົນ ກໍຍິນດີກັບຂ່າວເຊັ່ນກັນ.

ເລຂາຂອງ New South Wales ແລະ ACT ຂອງສະຫະພາບການສຶກສາອິດສຣະຂອງອອສເຕຣເລັຍ (the Independent Education Union of Australia), ທ່ານນາງ Carol Matthews, ໄດ້ກ່າວຕໍ່ SBS.

"ພວກເຮົາ ມີຄວາມຍິນດີ. ເຫັນໄດ້ຢ່າງຊັດແຈ້ງ ວ່າມັນເປັນສິ່ງສໍາຄັນ ທີ່ຄູສອນ ໃນບໍຣິການດູແລເດັກລະຍະຍາວ ຈະໄດ້ຮັບການເພີ່ມຄ່າຈ້າງ. ພວກເຂົາເຈົ້າ ໄດ້ຮັບຄ່າຈ້າງຫນ້ອຍກວ່າຄູສອນໃນໂຮງຮຽນ, ແລະດ້ວຍເຫດນັ້ນ ຈື່ງມີການຂາດແຮງງານໃນດ້ານນີ້. ດັ່ງນັ້ນ ການຂຶ້ນຄ່າແຮງ 15% ເຖິງແມ່ນວ່າ ມັນຈະຖືກວາງໄວ້ໃນໄລຍະຍາວພໍສົມຄວນ, ມັນເປັນບາດກ້າວທີ່ດີ ໃນທິດທາງທີ່ຖືກຕ້ອງ."

ແຕ່ລາວກ່າວວ່າ ມີສອງສາມຂໍ້ ທີ່ຈະຕ້ອງແກ້ໄຂ-ໂດຍສະເພາະກ່ຽວກັບເພດານຄ່າໃຊ້ຈ່າຍ ທີ່ກຳນົດໂດຍຣັຖບານກາງ.

"ພວກເຮົາ ມີຄວາມຍິນດີກັບ 4.4% ຂອງເພດານຂອງຣັຖບານ ໃນການຂຶ້ນຄ່າໃຊ້ຈ່າຍໃນ 12 ເດືອນຂ້າງຫນ້າ, ແຕ່ພວກເຮົາ ຕ້ອງການໃຫ້ແນ່ໃຈວ່າ ການຂຶ້ນຄ່າຈ້າງ ແມ່ນໄດ້ຖືກສົ່ງຕໍ່ໃຫ້ຄູອາຈານ ແລະຜູ້ໃຫ້ການສຶກສາຢ່າງແທ້ຈິງ. ຂ້າພະເຈົ້າແນ່ໃຈວ່າ ນັ້ນແມ່ນຄວາມຕັ້ງໃຈຂອງຣັຖບານ. ພວກເຮົາເຂົ້າໃຈວ່າ ຈະເຮັດໄດ້ ໂດຍຜ່ານຂໍ້ຕົກລົງທາງວິສາຫະກິດ, ເຊິ່ງສະຫະພັນແຮງງານງານຕ້ອງການ, ແລະພວກເຮົາຄິດວ່າ ມັນຈະເປັນກົນໄກ ສໍາລັບການເຮັດໃຫ້ແນ່ໃຈວ່າ ການຂຶ້ນເງິນເດືອນ ຈະໄປຮອດພະນັກງານ."

ທ່ານ Jason Clare ຣັຖມົນຕີກະຊວງສຶກສາ ກ່າວວ່າ ເພື່ອໃຫ້ແນ່ໃຈວ່າ ການເພີ່ມຂຶ້ນ 15 ເປີເຊັນ ຈະຕົກຢູ່ໃນກໍາມື ຂອງຜູ້ໃຫ້ການສຶກສາ (Educators) ສູນດູແລເດັກ ຈະຕ້ອງມີຂໍ້ຕົກລົງ ອຸດສາຫະກັມ ທີ່ຈົດທະບຽນ ກັບຄນະກັມມາທິການ ວຽກງານທີ່ເປັນທັມ (Fair Work Commission) ແລະຈະມີຂໍ້ຕົກລົງ ທີ່ສາມາດບັງຄັບໃຊ້ໄດ້ຢ່າງຖືກຕ້ອງຕາມກົດຫມາຍ ກັບກະຊວງສຶກສາທິການ ແລະຜູ້ໃຫ້ບໍຣິການ ເພື່ອໃຫ້ແນ່ໃຈວ່າ ພວກເຂົາເຈົ້າ ປະຕິບັດຕາມຂີດເພດານ 4.4% ນັ້ນ.

ນາຍົກຣັຖມົນຕີຢືນຢັນວ່າ ເພດານຄ່າໃຊ້ຈ່າຍ ຂອງສູນດູແລ ຈະຊ່ວຍໃຫ້ໝັ້ນໃຈວ່າ ມາດຕະການເຫລົ່ານີ້ ຍັງເປັນຜົນປໂຍດ ຕໍ່ຄອບຄົວທ່າມກາງວິກິດຄ່າຄອງຊີບ.

"ສ່ວນຫນຶ່ງຂອງເງື່ອນໄຂນີ້ ຈະເປັນການຊ່ອຍ ໃນການຫຼຸດຄ່າໃຊ້ຈ່າຍ,ເຮັດໃຫ້ແນ່ໃຈວ່າ ນີ້ຈະໃຫ້ຜົນປໂຍດແກ່ຄອບຄົວ ນອກເໜືອຈາກການເພີ່ມເງິນອຸດໜູນ ການດູແລເດັກ ທີ່ພວກເຮົາໄດ້ເຮັດ ໃນປີທີ່ຜ່ານມາ. ນັ້ນແມ່ນເຫດຜົນທີ່ວ່າ ເປັນຫຍັງ ສິ່ງນີ້ຈຶ່ງດີສໍາລັບເດັກນ້ອຍ, ດີສໍາລັບຄົນງານ, ແລະດີສໍາລັບຄອບຄົວ, ທັງເປັນການດີຕໍ່ເສດຖະກິດຂອງພວກເຮົາດ້ວຍ."

ເຈົ້າຂອງສູນດູແລເດັກ Toot Toot, Pallavee Joshi ໄດ້ບອກກັບ SBSວ່າ ນາງຍິນດີ ກັບການເພີ່ມຄ່າແຮງງານ ໃຫ້ແກ່ພະນັກງານ, ແລະກ່າວວ່າ ນາງສນັບສນູນ ການກຳໜົດເພດານຄ່າໃຊ້ຈ່າຍ 4.4 ເປີເຊັນ ເພື່ອເປັນວິທີການ ຮັກສານັກການສຶກສາ ທີ່ມີຄຸນຄ່າ ແລະມີປະສົບການ.

"ໂດຍການກຳນົດເພດານ ການເພີ່ມຂຶ້ນ ຂອງຄ່າໃຊ້ຈ່າຍ ຮອດພຽງ4.4%, ຂ້າພະເຈົ້າຄິດວ່າ ຜົນປໂຍດຈະໄປຫາ ຜູ້ທີ່ມັນຄວນຈະໄປ, ເຊິ່ງແມ່ນຜູ້ສອນ ແລະດູແລເດັກ. ໂດຍສະເພາະຫຼັງຈາກ COVID, ການຊອກຫາພະນັກງານທີ່ດີ ໃນການດູແລເດັກ ໄດ້ເປັນເລື້ອງຍາກຫຼາຍ, ແລະການຮັກສາພະນັກງານ ແມ່ນເລື້ອງທີ່ຍາກກວ່າ ເພາະວ່າ ນີ້ແມ່ນອຸດສາຫະກັມ ທີ່ສ່ວນໃຫຍ່ພະນັກງານ ຈະແມ່ນຜູ້ຍິງ, ແລະມັນຍາກເພາະວ່າ ມີຄ່າຈ້າງຫນ້ອຍ, ບໍ່ມີແຮງຈູງໃຈ."

ໃນຖານະ ທີ່ເປັນອຸດສາຫະກັມ ທີ່ສ່ວນໃຫຍ່ພະນັກງານຈະແມ່ນຜູ້ຍິງ , Georgie Dent ຜູ້ບໍຣິຫານຂອງ The Parenthood ກ່າວວ່າ ການເພີ່ມຄ່າຈ້າງ ເປັນຊ່ວງເວລາປວັດສາດ ທີ່ຜ່ານມາຫຼາຍທົດສະວັດ.

"ສິ່ງທີ່ສະມາຊິກຂອງຊຸມຊົນ Parenthood, ພໍ່ແມ່ ແລະຜູ້ເບິ່ງແຍງຮູ້ ແມ່ນວ່າ ວຽກທີ່ນັກການສຶກສາວັຍເດັກ (Early Childhood Educators) ເຮັດ ແມ່ນມີຄຸນຄ່າຢ່າງຫຼວງຫຼາຍ. ບໍ່ແມ່ນພຽງແຕ່ການລ້ຽງດູເທົ່ານັ້ນ. ມັນເປັນພື້ນຖານ ໃນການສນັບສນູນການສຶກສາ ແລະການພັດທະນາຂອງເດັກນ້ອຍ, ແລະມັນເປັນເລື່ອງ ທີ່ຫນ້າຕື່ນເຕັ້ນຫຼາຍ ທີ່ໄດ້ຮັບການຍອມຮັບ ໃນທາງທີ່ມີຄວາມຫມາຍແທ້ໆ."

ນີ້ແມ່ນພຽງແຕ່ຂັ້ນຕອນທໍາອິດ ໃນການຕໍ່ສູ້ ເພື່ອການຮັບຮູ້ທີ່ຍິ່ງໃຫຍ່ ສໍາລັບນັກການສຶກສາວັຍເດັກ (Early Childhood Educators).

ເນື້ອເລື່ອງໂດຍ  Catriona Stirrat  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share