ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່

Tania Naseri and her family fear deportation under proposed migration act amendment (SBS).png

Tania Naseri ແລະຄອບຄົວຂອງນາງ ມີຄວາມຢ້ານກົວວ່າ ຈະຖືກສົ່ງກັບຄືນປະເທດ Iran ບ່ອນນາງເກີດ.

Get the SBS Audio app

Other ways to listen

ກົດຫມາຍໃໝ່ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ. ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.


ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່.

ມີການຮຽກຮ້ອງ ໃຫ້ຍົກເລີກການແກ້ໄຂກົດໝາຍ ຍົກຍ້າຍຖິ່ນຖານ ທີ່ເປັນບັນຫາໂຕ້ແຍ້ງກັນ ອີກເທື່ອນຶ່ງ, ໂດຍມີການອ້າງວ່າ ມັນອາດຈະພາໃຫ້ ມີການກັກຂັງ ແລະແຍກຄອບຄົວ ຢ່າງບໍ່ມີກຳໜົດ.

ນັກວິຈານຂໍ້ສເນີນັ້ນ, ໄດ້ໃຊ້ການເລີ່ມຕົ້ນ ຂອງສັບປະດາອົບພະຍົບເພື່ອທຳຄວາມສົນໃຈ
ຣັຖບານກາງ, ຊຶ່ງໃນປະຈຸບັນນີ້ ຢູ່ທີ່ສະພາສູງ.

Sam Dover ແລະ Tys Occhiuzzi ລາຍງານ.

ນາງມີອາຍຸພຽງຫົກປີ, Tania Naseri ແລະຄອບຄົວຂອງນາງ ໄດ້ເດີນທາງ
ອອສເຕຣເລັຍ ໂດຍທາງເຮືອ ທີ່ເຕັມໄປດ້ວຍອັນຕະຣາຍ.

ນາງເກີດຢູ່ໃນ Iran. ນາງກ່າວວ່າ ຂະບວນການເລີ່ມຕົ້ນຊີວິດໃຫມ່ ໃນອອສເຕຣເລັຍ ແມ່ນຍາວນານ.

"ພວກເຮົາຢູ່ໃນຄ້າຍອົບພະຍົບໄລຍະຫນຶ່ງ ແລະພວກເຮົາ ໄດ້ຮຽນພາສາອັງກິດ, ຮຽນການສົນທະນາເປັນພາສາອັງກິດຢູ່ທີ່ນັ້ນ ແລະຂ້ອຍກໍໄດ້ເລີ່ມໄປໂຮງຮຽນ."

ຕອນນີ້ນາງອາຍຸ 17 ປີແລ້ວ, ການແກ້ໄຂໃຫມ່ ຂອງກົດໝາຍ ກ່ຽວກັບການຍົກຍ້າຍຖິ່ນຖານ ໄດ້ເຮັດໃຫ້ນາງ ແລະຄອບຄົວຂອງນາງ ມີຄວາມຢ້ານວ່າ ເຂົາເຈົ້າອາດຈະຖືກບັງຄັບ ໃຫ້ກັບຄືນໄປປະເທດຕົ້ນກໍາເນີດ ຂອງເຂົາເຈົ້າ.

Tania ກ່າວວ່າ ການຕໍ່ຕ້ານຣັຖບານ Iran ຂອງນາງ ອາດເຮັດໃຫ້ລາວຕົກຢູ່ໃນຄວາມສ່ຽງ.

"ກົດໝາຍໃຫມ່ນີ້, ເຮັດໃຫ້ຂ້ອຍຢ້ານ, ມັນເຮັດໃຫ້ຂ້ອຍວິຕົກ, ເພາະຖ້າວ່າຂ້ອຍຈະຖືກສົ່ງກັບຄືນເດ? ແລ້ວຂ້ອຍຈະເຮັດແນວໃດ? ຣັຖບານຮູ້ແລ້ວວ່າ ຂ້ອຍຕໍ່ຕ້ານມັນ. ພວກເຂົາພຽງແຕ່ ຕ້ອງການຂໍ້ແກ້ຕົວແນວໃດກໍໄດ້ ທີ່ຈະຈັບຂ້ອຍໄວ້ ແລະພວກເຂົາກໍສາມາດເຮັດສິ່ງນັ້ນໄດ້."

ກົດຫມາຍທີ່ສເນີນັ້ນ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ.

ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.

ປະຊາຊົນຈາກປະເທດເຫຼົ່ານັ້ນ ເຊັ່ນ Iran ແລະ Iraq ຈະບໍ່ສາມາດ ສມັກຂໍວີຊາ ເຂົ້າອອສເຕຣເລັຍ ໄດ້ອີກຕໍ່ໄປ.

ການເຄື່ອນໄຫວນີ້ ຈະກີດກັນການເຂົ້າເຖິງອອສເຕຣເລັຍ ຢ່າງມີປະສິດທິພາບ ສໍາລັບປະຊາຊົນສ່ວນໃຫຍ່ ເຖິງແມ່ນວ່າ ຈະມີການຍົກເວັ້ນ ຮວມທັງຄູ່ຜົວເມັຍ ຫຼືສະມາຊິກໃນຄອບຄົວ ທີ່ໃກ້ຊິດກໍຕາມ.

Rita Jabri Markwell ທີ່ປຶກສາທາງກົດຫມາຍ ຂອງເຄືອຂ່າຍປົກປ້ອງ ຊາວມຸສລິມ ຂອງອອສເຕຣເລັຍ (the Australian Muslim Advocacy Network) ກ່າວວ່າ ກຸ່ມຊຸມຊົນ ມີຄວາມເປັນຫ່ວງ ກ່ຽວກັບການໃຫ້ອໍານາດ ແກ່ຣັຖມົນຕີກະຊວງກວດຄົນເຂົ້າເມືອງທີ່ເອີ້ນວ່າ "ຄືກັບພະເຈົ້າ".

"ມັນເບິ່ງຄືວ່າ ມັນຈະຜ່ານໄດ້ດີ. ດັ່ງນັ້ນ, ພວກເຮົາຈຶ່ງເປັນຫ່ວງຫຼາຍ.ກົດຫມາຍສະບັບນີ້ ໃຫ້ອໍານາດຢ່າງຫຼາຍ ໃນມືຂອງຣັຖມົນຕີ, ສິ່ງທີ່ຫຼາຍຄົນເວົ້າວ່າ ເປັນອໍານາດປານພຣະເຈົ້າ. ມັນເປັນການຮວມເອົາ ອໍານາດ ໃນລັກສນະ ທີ່ແຍກໄປຈາກຫລັກການ ປະຊາທິປະໄຕ ແລະນີ້ຄວນເປັນຂໍ້ກັງວົນ ຕໍ່ຊາວອອສເຕຣເລັຍ ທຸກຄົນ."

ລາວກ່າວວ່າ ການປ່ຽນແປງໃນກົດໝາຍ ກ່ຽວກັບການຍົກຍ້າຍຖິ່ນຖານນັ້ນ ອາດກຳໜົດມາດຕະຖານ ທີ່ຫນ້າເປັນຫ່ວງ ສໍາລັບກົດຫມາຍ ທີ່ອາດເບິ່ງວ່າ ບໍ່ເປັນປະຊາທິປະໄຕ ແລະແມ່ນແຕ່ຜະເດັດການ.

"ຂ້າພະເຈົ້າບໍ່ໄດ້ໃຊ້ຄໍານີ້ແບບລອຍໆ ແຕ່ມັນກຳລັງເລື່ອນໄປສູ່ກົດຫມາຍແບບ ຫົວຮຸນແຮງ (Fascist) ເພາະແມ່ນການ ທີ່ທ່ານໃຫ້ຄວາມສຳຄັນ ຂອງອໍານາດທາງການເມືອງ ເຫນືອຊີວິດຂອງຜູ້ຄົນ, ນໍາໄປສູ່ການເລືອກປະຕິບັດ ແລະສຽງສັນຍານເຕືອນພັຍຂນາດໃຫຍ່ກໍຈະດັງຂຶ້ນ."

ກ່ອນຫນ້ານີ້ ຣັຖບານໄດ້ກ່າວວ່າ ກົດຫມາຍນີ້ ຈະບໍ່ປ່ຽນພັນທະ ການຄຸ້ມຄອງ ຂອງອອສເຕຣເລັຍ ສໍາລັບຜູ້ທີ່ມີການອ້າງອີງວ່າ ເປັນອົບພະຍົບທີ່ແທ້ຈິງ.

ແຕ່ວ່າ ໃນຂນະທີ່ມັນຍັງຄົງຢູ່ໃນສະພາສູງ, ແຕ່ພັກ Greens ກໍຮຽກຮ້ອງ ໃຫ້ຍົກເລີກ.

ສະມາຊິກສະພາສູງ, David Shoebridge, ກ່າວວ່າ ມັນມີຂໍ້ບົກພ່ອງໂດຍພື້ນຖານ.

"ນີ້ແມ່ນກົດຫມາຍ ທີ່ບໍ່ສາມາດແກ້ໄຂ ເພື່ອໃຫ້ປອດພັຍໄດ້. ມັນບໍ່ແມ່ນກົດຫມາຍ ທີ່ສາມາດຂັດຖູູ ເພື່ອປະຕິບັດຕາມ ພັນທະ ສິດທິມະນຸດ. ໃນແກນຂອງມັນ ແມ່ນອໍານາດທາງເຊື້ອຊາດ ອັນເລິກເຊິ່ງ ທີ່ມອບໃຫ້ແກ່ ຣັຖມົນຕີກະຊວງກວດຄົນເຂົ້າເມືອງ. ມີຄວາມຮູ້ສຶກຢ້ານກົວທີ່ແທ້ຈິງ ໃນອອສເຕຣເລັຍທີ່ມີຫລາຍວັດທະນະທັມ ໃນຊຸມຊົນພັດຖິ່ນ ກ່ຽວກັບຄວາມຫມາຍ ຂອງກົດໝາຍນີ້ ສໍາລັບພວກເຂົາ ແລະຄອບຄົວຂອງເຂົາເຈົ້າ ແລະຄວາມສຳພັນຂອງເຂົາເຈົ້າ."

Betia Shakiba ທະນາຍຄວາມຂອງ the Asylum Seeker Resource Centre ກ່າວວ່າ ຣັຖບານສະແດງໃຫ້ເຫັນ ຄວາມບໍ່ຈິງໃຈ ໂດຍການຕໍ່ຕ້ານ ໃນສິ່ງທີ່ຕົນຖືວ່າ ເປັນລະບອບການປົກຄອງ ທີ່ກົດຂີ່ເຊັ່ນ Iran ໃນຂນະດຽວກັນ ກໍຂົ່ມຂູ່ ທີ່ຈະສົ່ງແມ່ຍິງກັບຄືນໄປປະເຊີນ ກັບຜົນກະທົບທີ່ອາດເກີດຂຶ້ນ.

"ພວກເຮົາ ໄດ້ເຫັນຣັຖບານ ແລະຝ່າຍຄ້ານ ມາໂຮມໂຕກັນ ແລະ ສນັບສນູນ ແມ່ຍິງຈາກ Iran ໃນການຊຸມນຸມ ໃນອະດີດ, ແຕ່ກົດຫມາຍສະບັບນີ້ ແມ່ນເຮັດຢ່າງກົງກັນຂ້າມ."

Tania ກ່າວວ່າ, ໃນຂນະທີ່ກົດຫມາຍ ຍັງມີການຖົກຖຽງກັນຢູ່, ນາງແລະຄອບຄົວຂອງນາງ ກໍາລັງດໍາລົງຊີວິດ ຢູ່ໃນສະພາບ ທີ່ບໍ່ແນ່ນອນແທ້ໆ.

"ຕອນນີ້ ຂ້ອຍຮຽນຢູ່ປີ 12 ແລະຂ້ອຍຄວນຈະອ່ານໜັງສື ເພື່ອການສອບເສັງ ແລະອອກໄປຮ່ວມມ່ວນຊື່ນກັບຫມູ່ເພື່ອນ, ແຕ່ທຸກໆມື້ ຂ້ອຍຕື່ນຂຶ້ນມາ ແລະຂ້ອຍມີຄວາມກັງວົນ, ແລະຄິດວ່າ, 'ໂອ້, ບາງທີມື້ນີ້ ແມ່ນມື້ ທີ່ຂ້ອຍຈະຖືກເນຣະເທດ.' ພວກເຮົາທຸກຄົນ ຢູ່ໃນຄວາມບໍ່ແນ່ນອນ ແລະມັນເຮັດພວກເຮົາແທບເປັນບ້າ."

ເນື້ອເລື່ອງໂດຍ Tys Occhiuzzi ແລະ Sam Dover ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່

Share