ກົດຫມາຍໃຫມ່ກຳລັງຈະຖືກນຳໃຊ້ ເພື່ອຢຸດການເອົາປຽບ ແຮງງານຕ່າງຊາດ.

ທ່ານ Andrew Giles ຣັຖມົນຕີກະຊວງ ກວດຄົນເຂົ້າເມືອງ.

ທ່ານ Andrew Giles ຣັຖມົນຕີກະຊວງ ກວດຄົນເຂົ້າເມືອງ ກ່າວວ່າ ກົດຫມາຍໃຫມ່ ຈະຊ່ວຍໃຫ້ ພວກພະນັກງານ ສາມາດເວົ້າໄດ້... ຖ້າພວກເຂົາເຈົ້າຖືກເອົາປຽບ. Credit: MICK TSIKAS/AAPIMAGE

Get the SBS Audio app

Other ways to listen

ຣັຖບານກາງ ກໍາລັງນໍາສເນີກົດຫມາຍໃຫມ່ ທີ່ອອກແບບ ເພື່ອຢຸດການເອົາປຽບ ແຮງງານຕ່າງຊາດ. ຫນຶ່ງໃນຫົກຄົນ ທີ່ອົບພະຍົບມາອອສເຕຣເລັຍໃໝ່ ໄດ້ຮັບຄ່າຈ້າງ ຫນ້ອຍກວ່າ ຄ່າແຮງງານຂັ້ນຕໍ່າ. ກົດຫມາຍນີ້ ຮວມເຖິງບົດລົງໂທດທີ່ເພີ່ມຂຶ້ນ ແລະການຫ້າມນາຍຈ້າງ ທີ່ເອົາປຽບແຮງງານຕ່າງຊາດ ດ້ວຍການຈ້າງຄົນງານ ທີ່ມີວີຊາຊົ່ວຄາວ (temporary visas).


ກົດຫມາຍໃຫມ່ກຳລັງຈະຖືກນຳໃຊ້ ເພື່ອຢຸດການເອົາປຽບ ແຮງງານຕ່າງຊາດ.

ກາງ ກໍາລັງນໍາສເນີກົດຫມາຍໃຫມ່ ທີ່ອອກແບບ ເພື່ອຢຸດການເອົາປຽບ ແຮງງານຕ່າງຊາດ.

ກົດຫມາຍນີ້ ຮວມເຖິງບົດລົງໂທດທີ່ເພີ່ມຂຶ້ນ ແລະການຫ້າມນາຍຈ້າງ ທີ່ເອົາປຽບແຮງງານຕ່າງຊາດ ດ້ວຍການຈ້າງຄົນງານ ທີ່ມີວີຊາຊົ່ວຄາວ (temporary visas).

Greg Dyet ແລະ Sara Tomveska ລາຍງານ.

ນາຍຈ້າງທີ່ໄຮ້ສິລທັມ ທີ່ເອົາປຽບແຮງງານຕ່າງຊາດ ຈະປະເຊີນກັບການລົງໂທດທີ່ເພີ່ມຂຶ້ນ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະນໍາມາໃຊ້ ໂດຍທ່ານ Andrew Giles ຣັຖມົນຕີກະຊວງ ກວດຄົນເຂົ້າເມືອງ.

ຣັຖບານກາງ ກ່າວວ່າ ຫນຶ່ງໃນຫົກຄົນ ທີ່ອົບພະຍົບ
ອອສເຕຣເລັຍ ໃໝ່ ໄດ້ຮັບຄ່າຈ້າງ ຫນ້ອຍກວ່າຄ່າແຮງງານຂັ້ນຕໍ່າ.

ກົດຫມາຍໃຫມ່ ຈະໃຫ້ເປັນຄວາມຜິດທາງອາຍາ ທີ່ບັງຄັບໃຫ້ຜູ້ອື່ນລະເມີດເງື່ອນໄຂວີຊາ ແລະປະກາດຫ້າມ ຈະຖືກນໍາໃຊ້ ຕໍ່ນາຍຈ້າງ ເພື່ອຢຸດເຊົາ ການຈ້າງຄົນໃນວີຊາຊົ່ວຄາວ ຫຼືຜູ້ທີ່ມີປວັດ ການເອົາປຽບແຮງງານຕ່າງຊາດ.

ທ່ານ Andrew Giles ກ່າວວ່າ ກົດຫມາຍໃຫມ່ ຈະຊ່ວຍໃຫ້ ພວກພະນັກງານ ສາມາດເວົ້າໄດ້... ຖ້າພວກເຂົາເຈົ້າຖືກເອົາປຽບ.

"ການປະຕິຮູບ ຍັງຈະເຮັດໃຫ້ພວກເຮົາ ຕ້ອງເຮັດວຽກຮ່ວມກັບ ຜູ້ມີສ່ວນຮ່ວມອື່ນໆ ເຊັ່ນ: ພະນັກງານເອງ, ນາຍຈ້າງທີ່ດີ ເພື່ອໃຫ້ແນ່ໃຈວ່າ ພວກເຮົາມີການຈັດຕຽມວີຊາໃຫມ່ ເພື່ອໃຫ້ແນ່ໃຈວ່າ ຄົນທີ່ກໍາລັງຖືກເອົາປຽບຢູ່ບ່ອນເຮັດວຽກ ສາມາດລາຍງານ ການຖືກເອົາປຽບນັ້ນ ໂດຍບໍ່ມີຄວາມຢ້ານກົວວ່າ ວີຊາຂອງເຂົາເຈົ້າ ຈະຖືກຍົກເລີກ."

ຈະມີການມອບເງິນອີກ 50 ລ້ານໂດລາ ແກ່ກໍາລັງຊາຍແດນ ອອສເຕຣເລັຍ (Australian Border Force) ເພື່ອຊ່ວຍບັງຄັບໃຊ້ກົດຫມາຍໃຫມ່.

ຣັຖມົນຕີ Giles ກ່າວວ່າ ການສເນີ ການເຮັດຜິດທາງອາຍາ ທີ່ເປັນໄປໄດ້ ຈະເຮັດໃຫ້ເປັນຕົວ ຢັບຢັ້ງປ້ອງກັນ.

"ສິ່ງທີ່ພວກເຮົາກໍາລັງເຮັດ ແມ່ນການເພີ່ມການລົງໂທດ ຕໍ່ນາຍຈ້າງ ທີ່ສແວງຫາການເອົາປຽບ ແຮງງານຕ່າງຊາດຍ້ອນສະຖານະ ວີຊາຂອງເຂົາເຈົ້າ, ລວມທັງຄວາມເປັນໄປໄດ້ ຂອງການກະທໍາຜິດ ທາງອາຍາ ທີ່ຖືກກໍານົດ."

Jackie Chen, ຜູ້ກໍ່ຕັ້ງບໍຣິສັດ Labour Info Hub ໃນ South Australia, ສະແດງຄວາມຍິນດີ ຕໍ່ມາດຕະການໃຫມ່.

"ຢ່າງຫນ້ອຍ  ພວກເຮົາສາມາດເຫັນວ່າ ຣັຖບານກໍາລັງດໍາເນີນການ ເພື່ອກຳໜົດການລົງໂທດ ແລະຄວາມຮັບຜິດຊອບ ຕໍ່ນາຍຈ້າງ ຫຼາຍຂຶ້ນ ແທນທີ່ຈະເພິ່ງພາ ແຮງງານຕ່າງຊາດ ທີ່ຕ້ອງລາຍງານ ດ້ວຍຕົນເອງ."

Greg Dyett ແລະ Sara Tomveska ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share