ເງິນຊ່ອຍເຫຼືອຜູ້ຖືວີຊາຊົ່ວຄາວ ຈະເພີ່ມຂຶ້ນເກືອບສອງເທົ່າ.

Minster for Social Services Amanda Rishworth (AAP)

ທ່ານນາງ Amanda Rishworth ຣັຖມົນຕີ ບໍຣິການສັງຄົມ (Social Services) Source: AAP / AAP.

Get the SBS Audio app

Other ways to listen

ນັບແຕ່ວັນທີ 3 ກໍລະກົດ, ຜູ້ຖືວີຊາຊົ່ວຄາວ, ອົບພະຍົບ ແລະຜູ້ລີ້ພັຍ ທີ່ຫລົບຫນີ ຈາກຄວາມສໍາພັນທີ່ຮຸນແຮງ ຈະໄດ້ຮັບເງິນຊ່ອຍເຫຼືອ ເພີ່ມຂຶ້ນເກືອບສອງເທົ່າ ໃນລະດັບດຽວກັນ ກັບພົນລະເມືອງ ອອສເຕຣເລັຍ ແລະຜູ້ອາສັຍຢູ່ຖາວອນ.


ເງິນຊ່ອຍເຫຼືອຜູ້ຖືວີຊາຊົ່ວຄາວ ຈະເພີ່ມຂຶ້ນເກືອບສອງເທົ່າ.

ຜູ້ຖືວີຊາຊົ່ວຄາວ ທີ່ຫລົບຫນີຈາກຄວາມສໍາພັນທີ່ຮຸນແຮງ ໃນເວລານີ້ ມີສິດໄດ້ຮັບການສນັບສນູນ ໃນລະດັບດຽວກັນ ຈາກ
ກາງ ຄືກັນກັບພົນລະເມືອງ
ອອສເຕຣເລັຍ ແລະຜູ້ອາສັຍຢູ່ຖາວອນ.

ນັບແຕ່ວັນທີ 3 ກໍລະກົດ, ເງິນຊ່ອຍເຫຼືອສໍາລັບ ຜູ້ຖືວີຊາຊົ່ວຄາວ ຈະເພີ່ມຂຶ້ນເກືອບສອງເທົ່າ.

Angelica Waite ແລະ Sara Tomevska ລາຍງານ.

ຣັຖບານກາງ ໄດ້ຂຍາຍໂຄງການ ທີ່ໄດ້ເລີ່ມຕົ້ນເປັນເທື່ອທໍາອິດ ໃນປີ 2021 ໃນຄວາມພະຍາຍາມ ທີ່ຈະບັນເທົາຄວາມບໍ່ຫມັ້ນຄົງ ທາງດ້ານການເງິນ ສໍາລັບຜູ້ຖືວີຊາຊົ່ວຄາວ ທີໜີອອກຈາກຄວາມສໍາພັນທີ່ຮຸນແຮງ.

ຜູ້ຍິງ ຫນຶ່ງ ໃນຫົກຄົນ ຂອງອອສເຕຣເລັຍປະສົບກັບຄວາມຮຸນແຮງ ໃນຄອບຄົວ ແລະໃນບັນດາຜູ້ຍິງ ທີ່ຍົກຍ້າຍຖິ່ນຖານ ແລະອົບພະຍົບ ແມ່ນຫນຶ່ງ ໃນສາມ.

ການຂຍາຍໂຄງການ ຈະເຫັນການຊ່ວຍເຫຼືອ ດ້ານການເງິນເພີ່ມຂຶ້ນ ສຳລັບຜູ້ຖືວີຊາຊົ່ວຄາວ ທີ່ປະສົບກັບຄວາມຮຸນແຮງ ໃນຄອບຄົວ ຈາກປະຈຸບັນຊຶ່ງແມ່ນ 3.000 ໂດລາ ເປັນ 5.000 ໂດລາ.

ທ່ານນາງ Amanda Rishworth ຣັຖມົນຕີ ບໍຣິການສັງຄົມ (Social Services) ກ່າວວ່າ ນີ້ແມ່ນບາດກ້າວທີ່ສໍາຄັນ, ເພາະມັນຈະນໍາເອົາ ການຈ່າຍເງິນໃຫ້ແກ່ ຜູ້ຖືວີຊາຊົ່ວຄາວ ໃຫ້ເທົ່າກັບຜູ້ອາສັຍຢູ່ຖາວອນ.

"ການຊ່ອຍເຫຼືອນີ້ ແມ່ນເຮັດໃຫ້ມັນເທົ່າກັນ ຊຶ່ງທັງຜູ້ທີ່ຖືວີຊາຊົ່ວຄາວແລະຜູ້ອາສັຍຢູ່ຖາວອນ ໄດ້ຮັບການສນັບສນູນ ໃນຈຳນວນດຽວກັນ. ພວກເຮົາຄາດວ່າ ໃນການສນັບສນູນນີ້ ຈະຂຍາຍໄປເຖິງແມ່ຍິງປະມານ 2,000 ຄົນທີ່ກໍາລັງອອກຈາກຄວາມສໍາພັນ ທີ່ຮຸນແຮງ ແລະຕ້ອງເລີ່ມຕົ້ນໃໝ່ອີກ  ແລະສະນັ້ນ ເງິນນີ້ຈະຊ່ວຍໃຫ້ ເຂົາເຈົ້າເລີ່ມຕົ້ນໃໝ່."

ທ່ານນາງ Rishworth ກ່າວວ່າ ສະຖານະພາບວີຊາ ບໍ່ຄວນກໍານົດ ຈໍານວນເງິນ ທີ່ບຸກຄົນໄດ້ຮັບ ເພື່ອສນັບສນູນພວກເຂົາເຈົ້າ ອອກຈາກຄວາມສໍາພັນທີ່ຮຸນແຮງ.

ທ່ານນາງກ່າວວ່າ ການເພີ່ມເງິນ ແມ່ນການຮັບຮູ້ວ່າ ຜູ້ທີ່ຖືວີຊາຊົ່ວຄາວ ແມ່ນມີຄວາມສ່ຽງຫຼາຍທີ່ສຸດ, ປະສົບກັບອຸບປະສັກທີ່ສໍາຄັນ ໃນການຂໍຄວາມຊ່ວຍເຫຼືອ.

"ການຂາດລະບົບສນັບສນູນຄອບຄົວຢ່າງກວ້າງຂວາງ ຢູ່ອອສເຕຣເລັຍນີ້, ທັງຄວາມກັງວົນ ກ່ຽວກັບສະຖານະພາບວີຊາ ຂອງເຂົາເຈົ້າ ນອກຈາກອຸບປະສັກທາງດ້ານພາສາ, ສະນັ້ນ ພວກເຮົາຕ້ອງການ ໃຫ້ແນ່ໃຈວ່າ ມີຂໍ້ຄວາມທີ່ຊັດເຈນວ່າ ມີການສນັບສນູນ ທີ່ສາມາດເຂົ້າເຖິງໄດ້ ໂດຍຜ່ານອົງການກາແດງ ຂອງອອສເຕຣເລັຍ (Australian Red Cross) ແມ່ນມີເພື່ອໃຫ້ປະຊາຊົນ ໄດ້ຮັບການ ສນັບສນູນ ພ້ອມຍັງມີການຊ່ວຍເຫຼືອ ທາງດ້ານກົດຫມາຍອີກດ້ວຍ"

ຣັຖບານກາງ ໄດ້ໃຫ້ເງິນ 4.4 ລ້ານໂດລາ ເປັນເວລາສອງປີ ສໍາລັບການເພີ່ມຂຶ້ນນັ້ນ. ເງິນດັ່ງກ່າວ ແມ່ນເພີ່ມຕື່ມຈາກເງິນຈໍານວນ 38.2 ລ້ານໂດລາ ທີ່ຈະຂຍາຍໂຄງການທົດລອງ ທີ່ນໍາໃຊ້ ໃນເດືອນເມສາ ປີ 2021 ເພື່ອສົ່ງເສີມຜູ້ຖືວີຊາຊົ່ວຄາວ ທີ່ປະສົບກັບຄວາມຮຸນແຮງໃນຄອບຄົວ ແລະໃນບ້ານ.

ໂຄງການທົດລອງ ທີ່ໄດ້ຮັບການຂຍາຍ ໄປຮອດເດືອນມັງກອນ 2025, ມີຈຸດມຸ່ງໝາຍ ທີ່ຈະໃຫ້ຜູ້ຖືວີຊາຊົ່ວຄາວ ມີແພັກເກດການຊ່ວຍເຫຼືອ ທາງດ້ານການເງິນ ສໍາລັບສິນຄ້າ ແລະການບໍຣິການ ແລະການເຂົ້າເຖິງຄໍາແນະນໍາດ້ານກົດຫມາຍ ການຍົກຍ້າຍ ແລະກົດຫມາຍຄອບຄົວ.

ຜູ້ອໍານວຍການໂຄງການອອສເຕຣເລັຍ ທີ່ອົງການກາແດງ ອອສເຕຣເລັຍ, ທ່ານນາງ Vicki Mau ກ່າວວ່າ ໂຄງການທົດລອງນີ້ ໄດ້ສນັບສນູນ ແມ່ຍິງຫຼາຍພັນຄົນ ທີ່ໜີອອກຈາກຄວາມຮຸນແຮງ ໃນຄອບຄົວ.

ລາວກ່າວວ່າ ການເພີ່ມເງິນຊ່ອຍເຫຼືອນັ້ນ ຈະຊ່ອຍອັດຊ່ອງຫວ່າງ ໃນການສະນັບສນູນ ແກ່ພວກແມ່ຍິງ ທີ່ຍົກຍ້າຍຖິ່ນຖານແລະອົບພະຍົບ ທີ່ພະຍາຍາມຊອກຫາຄວາມປອດພັຍໄດ້ຫຼາຍຂຶ້ນ.

"ມັນເປັນສິ່ງທ້າທາຍຢ່າງຍິ່ງ ສໍາລັບຄົນກຸ່ມນີ້ ເພາະວ່າ ຫຼາຍຄັ້ງພວກເຂົາ ເຂົ້າບໍ່ເຖິງການສນັບສນູນ ທີ່ກວ້າງຂວາງເຫຼົ່ານັ້ນ ເຊັ່ນ Centrelink ຫຼື Medicare. ສະນັ້ນ, ຖ້າຈະເວົ້າເລື້ອງການພົບເຫັນເຄືອຂ່າຍ ຄວາມປອດພັຍທີ່ກວ້າງຂວາງນັ້ນ, ມັນອາດຈະຍາກແທ້ໆ. ສະນັ້ນ, ການເພີ່ມຂື້ນຂອງເງິນນັ້ນ...ມັນຊ່ອຍໄດ້ຫຼາຍ, ໂດຍສະເພາະ ໃນຂັ້ນຕອນເບື້ອງຕົ້ນ ສໍາລັບພວກເຂົາ ໃນການຊອກຫາຄວາມປອດພັຍແລະໄດ້ຮັບການຕັ້ງຕົວເອງ, ຮູ້ສຶກປອດພັຍ, ແລ້ວເລີ່ມຕັດສິນໃຈ ກ່ຽວກັບຂັ້ນຕອນຕໍ່ໄປ ສໍາລັບພວກເຂົາ ແລະມັກຈະຫຼາຍກວ່າເຄິ່ງຫນຶ່ງ ແມ່ນຕັດສິນໃຈ ກ່ຽວກັບລູກຂອງພວກເຂົາ ເຊັ່ນດຽວກັນ."

ທ່ານນາງ Mau ກ່າວວ່າ ຫລາຍຄົນທີ່ມາຈາກພື້ນຖານ ການຍົກຍ້າຍຖິ່ນຖານ ແລະອົບພະຍົບ ຍັງປະສົບກັບຄວາມຢ້ານກົວ ກ່ຽວກັບ ບັນຫາທາງກົດຫມາຍ ທີ່ກ່ຽວຂ້ອງກັບການ ຫນີຈາກຄອບຄົວ ແລະຄວາມຮຸນແຮງ ໃນຄອບຄົວ, ແລະໂຄງການທົດລອງ ໄດ້ໃຫ້ ການຊ່ວຍເຫຼືອທີ່ສໍາຄັນ ໃນການໄດ້ຮັບການສນັບສນູນທາງກົດຫມາຍ.

"ສ່ວນສໍາຄັນ ຂອງໂຄງການທົດລອງນີ້ ຍັງແມ່ນກ່ຽວກັບ ການສົ່ງຕໍ່ໄປທີ່ການບໍຣິການ ທາງກົດຫມາຍ ໂດຍຜ່ານໂຄງການທົດລອງແຕ່ຍັງຮວມເຖິງ ລະບົບການສນັບສນູນ ທາງກົດຫມາຍທີ່ກວ້າງຂຶ້ນ ສໍາລັບຜູ້ຖືວີຊາຊົ່ວຄາວ, ອົບພະຍົບ, ຜູ້ລີ້ພັຍໃນທົ່ວອອສເຕຣເລັຍເພື່ອໃຫ້ແນ່ໃຈວ່າ ພວກເຂົາໄດ້ຮັບການສນັບສນູນ ທີ່ພວກເຂົາຕ້ອງການ."

ຖ້າທ່ານ ຫຼືຄົນທີ່ທ່ານຮູ້ຈັກ ຕ້ອງການ ການສນັບສນູນ, ການຊ່ວຍເຫຼືອ ດ້ານການໃຫ້ຄໍາແນະນໍາ ແມ່ນມີ ທີ່: 1800RESPECT ທີ່ 1800 737 732
ຫຼື Lifeline ທີ່ 131 114.

Angelica Waite ແລະ Sara Tomevska   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share