ໂຄງການຝຶກອົບຮົມ ການດູແລບ້ານ ທີ່ໄດ້ຮັບຄ່າຈ້າງ

Elderly

Source: AAP

Get the SBS Audio app

Other ways to listen

ໂຄງການຝຶກອົບຮົມ ການດູແລບ້ານຂອງຜູ້ສູງອາຍຸ ທີ່ໄດ້ຮັບຄ່າຈ້າງ ແມ່ນສ່ວນຫນຶ່ງ ຂອງຍຸດທະສາດ ໃນການແກ້ໄຂການຂາດທັກສະ ໃນອຸດສາຫະກັມທີ່ກວ້າງຂຶ້ນ.


ໂຄງການຝຶກອົບຮົມ ການດູແລບ້ານ ທີ່ໄດ້ຮັບຄ່າຈ້າງ.

ການເປີດໂຕຂອງການຝຶກອົບຮົມ ການດູແລບ້ານ ທີ່ໄດ້ຮັບຄ່າຈ້າງ ແມ່ນເພື່ອດຶງດູດ ແລະເພີ່ມທັກສະໃໝ່ ໃຫ້ຜູ້ມີຄວາມສາມາດໃນຂແນງການດູແລຜູ້ສູງອາຍຸ.

ໂຄງການນີ້ ແມ່ນສ່ວນຫນຶ່ງຂອງຍຸດທະສາດ ໃນການແກ້ໄຂການຂາດທັກສະ ໃນອຸດສາຫະກັມທີ່ກວ້າງຂຶ້ນ. Omoh Bello ລາຍງານ.

ຜູ້ເຂົ້າຮັບການຝຶກອົບຮົມ ຈະໄດ້ຮັບເງິນ ໃນຂນະທີ່ອົບຮົມ ໃນການໄດ້ຮັບຄຸນວຸດທິ ທີ່ຍອມຮັບທົ່ວປະເທດ ໃນການດູແລຜູ້ສູງອາຍຸ.

Settlement Services International ໄດ້ເປີດໂຄງການຮັບສມັກ ໃນ New South Wales ແລະ ACT ເພື່ອດຶງດູດ, ຝຶກອົບຮົມ, ແລະໃຫ້ການສນັບສນູນ ຢ່າງຕໍ່ເນື່ອງ ແລະໂອກາດ ໃນການປະກອບອາຊີບ ໄລຍະຍາວ ແກ່ພະນັກງານທີ່ຄວາມສາມາດ.

ໂຄງການຝຶກອົບຮົມໃຫມ່ ເຊິ່ງໄດ້ເປີດຕົວໂດຍ ອົງການທີ່ບໍ່ຫວັງຜົນກໍາໄລ Settlement Services International (SSI) ຊຶ່ງຮ່ວມມືກັບ Group Training Organisation, Careers Apprenticeship Australia (ACA) ທີ່ຈະຊ່ອຍໃຫ້ພະນັກງານ ມີຄວາມຮູ້ ແລະທັກສະ ທີ່ຈໍາເປັນ ທີ່ຈະເຮັດວຽກ ໃນການດູແລບ້ານ.

ໂຄງການຮ່ວມມືນີ້ ເປັນສ່ວນຫນຶ່ງຂອງ ໂຄງການສນັບສນູນ ພະນັກງານດູແລບ້ານ (HCWSP) ເຊິ່ງມີຈຸດປະສົງ ເພື່ອບັນເທົາປັນຫາການຂາດແຄນຢ່າງກວ້າງຂວາງ ທີ່ສົ່ງຜົນກະທົບຕໍ່ ຂແນງການດູແລຜູ້ສູງອາຍຸ.

ຂແນງການດັ່ງກ່າວ ຄາດວ່າຕ້ອງການຂອງພະນັກງານສນັບສນູນ ເພີ່ມເຕີມ ຫຼາຍກວ່າ 100,000 ຄົນ ພາຍໃນ ປີ 2028.

ຫົວຫນ້າໂຄງການສນັບສນຸນ ທ່ານ Iggy Pintado ກ່າວວ່າ ເປົ້າຫມາຍແມ່ນຈະຂຍາຍກໍາລັງແຮງງານ ໃນການເບິ່ງແຍງບ້ານເຮືອນ ຂອງຂອງປະເທດ ໃຫ້ໄດ້ 13,000 ຄົນ ພາຍໃນກາງປີ 2024.

"ການຝຶກອົບຮົມການດູແລບ້ານ ແມ່ນການບໍລິການເພີ່ມຕື່ມສໍາລັບຊາວ
ແລະພົນລະເມືອງ ທີ່ມີສິດ ໃນທົ່ວ New South Wales ແລະ ACT ແລະລວມເຖິງເຂດພູມີພາກ ແລະເຂດຫ່າງໄກ. ເຫດຜົນຫຼັກຂອງການປະກາດໂຄງການນີ້ ແມ່ນສ່ວນຫນຶ່ງຂອງຄວາມຮັບຜິດຊອບຂອງເຮົາ ໃນດ້ານການສ້າງພະນັກງານດູແລບ້ານ. SSI ເຫັນວ່າ ນີ້ບໍ່ພຽງແຕ່ ເປັນວຽກງານເທົ່ານັ້ນ ແຕ່ເຮົາເຫັນວ່າ ມັນເປັນອາຊີບ. ສະນັ້ນ ພວກເຮົາບໍ່ພຽງແຕ່ ຊອກຫາຄົນທີ່ມີຄວາມສາມາດໃຫມ່ເທົ່ານັ້ນ. ແທ້ຈິງແລ້ວ ພວກເຮົາຢາກຈັດໃຫ້ເຂົາເຈົ້າ ໄດ້ຮັບການຝຶກອົບຮົມເພື່ອໃຫ້ເຂົາເຈົ້າ ມີຄວາມຊໍານານ ທີ່ເຂົາເຈົ້າຕ້ອງການ ໃນການດູແລ ທີ່ປອດພັຍ ແລະມີຄຸນນະພາບ ໃຫ້ແກ່ຜູ້ອາວຸໂສອອສເຕຣເລັຍ"

ໂຄງການພັດທະນາຄວາມສາມາດໃຫມ່ ໄດ້ຖືກອອກແບບ ສໍາລັບຜູ້ຄົນທີ່ມີປະສົບການ ອຸດສາຫະກັມພຽງເລັກນ້ອຍ ຫຼືບໍ່ມີເລີຍທີ່ຕ້ອງການເລີ່ມຕົ້ນອາຊີບ ໃນການດູແລບ້ານ ມີທັງແບບເຕັມເວລາ ແລະບໍ່ເຕັມເວລາ, ການຝຶກຫັດພາກປະຕິບັດ, ຮວມທັງໂອກາດ ທີ່ຈະຝຶກອົບຮົມກັບນາຍຈ້າງ ໃນຂນະທີ່ໄດ້ຮັບຄ່າຈ້າງ.

Mr Pintado ອ້າງວ່າ ການຝຶກອົບຮົມ ຈະໄດ້ຮັບການສນັບສນູນ ຈາກຜູ້ຊ່ຽວຊານຢ່າງຕໍ່ເນື່ອງ.

"ພວກເຮົາມີຫຼັກສູດກ່ອນການຈ້າງງານ, ທີ່ອາດຈະເລີ່ມຕົ້ນສອງເຖິງສາມອາທິດ ຂອງການຝຶກອົບຮົມຂັ້ນຕົ້ນທີ່ໄດ້ຮັບການຮັບຮອງ ແລະບໍ່ໄດ້ຮັບການຮັບຮອງ. ດັ່ງນັ້ນ ອາດຈະແມ່ນສິ່ງຕ່າງໆເຊັ່ນ ການປະຖົມພະຍາບານ, ການຄວບຄຸມການຕິດເຊື້ອ ໃນການປະຕິບັດງານ ທີ່ປອດພັຍ ແລະອື່ນໆ. ແລະແລ້ວ ເມື່ອທ່ານໄດ້ຜ່ານການອົບຮົມຂັ້ນຕົ້ນ ສອງຫຼືສາມອາທິດທໍາອິດນັ້ນ, ແລະຫຼັງຈາກທ່ານໄດ້ຖືກຮັບເຂົ້າໃນໂຄງການ, ຈາກນັ້ນ ທ່ານຈະໄປຝຶກອົບຮົມ ໃບຢັ້ງຢືນຂອງທ່ານລະດັບສາມ(Certificate III)ໃນການສນັບສນູນແຕ່ລະຝ່າຍ, ເຊິ່ງອາດໃຊ້ເວລາເຖິງຫນຶ່ງປີ ຫຼືປີເຄິ່ງ. ສໍາລັບ 12 ເດືອນທໍາອິດ ທີ່ທ່ານກໍາລັງຮັບການອົບຮົມຢູ່ນັ້ນ, ແທ້ຈິງແລ້ວ ທ່ານໄດ້ຖືກຈ້າງໂດຍຜູ້ໃຫ້ການດູແລບ້ານ."

ທ່ານກ່າວວ່າ ສິ່ງທ້າທາຍພຽງຢ່າງດຽວໃນການປະຕິບັດໂຄງການນີ້ ແມ່ນການຊອກຫາຄົນ ທີ່ມີຄວາມສົນໃຈໃນການຄັດເລືອກ, ໂດຍກ່າວຕື່ມວ່າ ການເຮັດວຽກກັບຜູ້ສູງອາຍຸ ຊາວອອສເຕຣເລັຍນັ້ນຕ້ອງການຫຼາຍກວ່າການຝຶກອົບຮົມ.

"ຂ້າພະເຈົ້າຄິດວ່າ ມັນເປັນໂອກາດທີ່ດີ, ຂ້າພະເຈົ້າຫມາຍເຖິງ ຄວາມທ້າທາຍ ສໍາລັບຄົນທີ່ຈະເລືອກການສນັບສນູນ ການເບິ່ງແຍງບ້ານເປັນອາຊີບ. ການເບິ່ງແຍງບ້ານ ສໍາລັບຜູ້ສູງອາຍຸອອສເຕຣເລັຍບໍ່ພຽງແຕ່ຮຽກຮ້ອງ ໃຫ້ມີການຝຶກອົບຮົມເທົ່ານັ້ນ, ແຕ່ຍັງຕ້ອງມີຄວາມເຫັນອົກເຫັນໃຈແທ້ໆ, ແລະຄວາມສາມາດໃນການສ້າງຄວາມສຳພັນ ແລະຕ້ອງການທີ່ຈະເຮັດວຽກກັບຜູ້ສູງອາຍຸອອສເຕຣເລັຍ."

Apprenticeship Careers Australia, ນາຍຈ້າງຊັ້ນນໍາ ຂອງຜູ້ຝຶກອົບຮົມດ້ານສຸຂະພາບ ແລະຜູ້ເຂົ້າຮັບການຝຶກອົບຮົມ ໄດ້ມີຄວາມຍິນດີຕໍ່ແຜນການນີ້.

ACA ກໍ່ຕັ້ງຂຶ້ນໃນປີ 2011 ແລະມີປວັດການສ້າງ ແລະນໍາໃຊ້ວິທີການໃຫມ່ໆ ສໍາລັບການຊອກຫາ ແລະພັດທະນາຜູ້ມີຄວາມສາມາດ ໃນຕລາດແຮງງານທີ່ທ້າທາຍ.

ທ່ານ Brett Clarke ຜູ້ຈັດການ ໂຄງການຍຸດທະສາດ ຂອງອົງການໃນຣັດ New South Wales ແລະ ACT ກ່າວວ່າທ່ານກໍາລັງຄອຍຖ້າທີ່ຈະເຮັດວຽກກ່ຽວກັບໂຄງການນີ້.

ລາວເວົ້າວ່າ ມັນຈະໃຫ້ເຮັດໃຫ້ຜູ້ສູງອາຍຸ ຮູ້ສຶກເຖິງຄວາມເປັນຊຸມຊົນ.

"ພວກເຮົາເຫັນວ່າ ນີ້ແມ່ນການຮ່ວມມື ຢ່າງແທ້ຈິງ ເພື່ອບັນລຸເປົ້າຫມາຍຮ່ວມກັນ. ຫລາຍຄົນກໍເລືອກ ແລະຢາກຢູ່ໃນເຮືອນຂອງເຂົາເຈົ້າ ໃນປະຈຸບັນ ແທນທີ່ຈະຍ້າຍເຂົ້າໄປໃນສະຖານທີ່ດູແລຜູ້ສູງອາຍຸ. ແລະນັ້ນແມ່ນການເລືອກສ່ວນຕົວ ຫຼືການເລືອກຕາມສະຖານະການ, ສະນັ້ນ ພວກເຮົາຕ້ອງການຄົນຈຳນວນຫຼາຍກວ່ານັ້ນ ທີ່ຈະສືບຕໍ່ ແລະໃຫ້ການເບິ່ງແຍງປະຊາຊົນໃນເຮືອນຂອງເຂົາເຈົ້າ, ພາເຂົາເຈົ້າອອກໄປຂ້າງນອກ, ເຮັດຫນ້າທີ່ບາງຢ່າງໃນບ້ານກັບເຂົາເຈົ້າ, ເພື່ອນສົນທະນາກັບເຂົາ, ຊ່ວຍໃນການກິນອາຫານ, ເຫຼົ່ານັ້ນເປັນຕົ້ນ. ເມື່ອທ່ານມີອາຍຸສູງຂຶ້ນ, ກໍຈະມີສິ່ງທ້າທາຍຫລາຍຂຶ້ນສໍາລັບຄົນເຮົາ. ດັ່ງນັ້ນມັນຈຶ່ງເປັນກິດຈະກັມ ສໍາຄັນ ຂອງສັງຄົມແທ້ໆທີ່ຄົນຈະຕ້ອງເຮັດ.

ຄູ່ຮ່ວມໂຄງການຂອງ SSI, Eremea Home Care Services, ຍັງໄດ້ຮັບຮອງເອົາການລິເລີ່ມນີ້.

ໄດ້ເນັ້ນເຖິງຄວາມສໍາຄັນ ຂອງການຮ່ວມມືດ້ານອຸດສາຫະກັມໃນການພັດທະນາ ພະນັກງານ ທີ່ມີຄວາມສາມາດ ໃນການເບິ່ງແຍງຜູ້ອາວຸໂສ ຂອງອອສເຕຣເລັຍໃນປະຈຸບັນ ແລະໃນອະນາຄົດ.

ທ່ານນາງ Maria Vonakis ໂຄສົກຂອງ Eremea ກ່າວວ່າ ມັນເຮັດໃຫ້ ຊາວຫນຸ່ມ ມີໂອກາດໃນອາຊີບ ໃນອຸດສາຫະກັມນີ້.

"ມັນເປັນການລິເລີ່ມທີ່ດີຫຼາຍ. ຂ້າພະເຈົ້າຢູ່ໃນອຸດສາຫະກັມນີ້ມາເປັນເວລາ 20 ປີແລ້ວ ແລະສ່ວນໃຫຍ່ແລ້ວ ພະນັກງານທີ່ກໍາລັງເຂົ້າມາ ແມ່ນມີອາຍຸກາງຄົນ ຫຼືສູງກວ່ານັ້ນໄປຈົນຮອດຜູ້ກະສຽນແລ້ວແລະ ຊອກຫາວຽກພິເສດ. ແຕ່ດ້ວຍການສົ່ງສຽງນີ້ໂດຍ SSI, ມັນຈະດຶງດູດ ສິ່ງທີ່ອຸດສາຫະກັມນີ້ຕ້ອງການ, ແລະມັນແມ່ນຄົນຫນຸ່ມ, ຄົນຫນຸ່ມທີ່ຈະເຕີບໂຕ, ບັນລຸເປົ້າຫມາຍຂອງພວກເຂົາ ແລະເຮັດໃຫ້ວຽກປະເພດນີ້ກ້າວໄປ, ຊຶ່ງມັນແມ່ນບາງຢ່າງທີ່ຂາດໄປ."

ເນື້ອເລື່ອງໂດຍ Omoh Bello ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share