ຜູ້ຂໍລີ້ພັຍ ຟ້ອງຣັຖບານ ເລື້ອງຖືກກັກໂຕໃນໂຮງແຮມນັ້ນ...ບໍ່ຊະນະຄະດີ.

مصطفی عظیمی‌تبار وجهه قانونی استفاده از هوتل‌ها به عنوان بازداشتگاه مهاجرتی را زیر سوال برده است.

Mostafa Azimitabar ຢູ່ໜ້າສານ ພ້ອມທັງຜູ້ສນັບສນູນ. Source: SBS / SBS News

Get the SBS Audio app

Other ways to listen

ເຖິງແມ່ນວ່າການກັກກັນຜູ້ຂໍລີ້ພັຍແລະອົບພະຍົບ ໃນໂຮງແຮມເປັນເວລານານນັ້ນ ອາດຈະ 'ຂາດມະນຸດສະທັມ' ແຕ່ສານກ່າວວ່າ ມັນບໍ່ຜິດກົດໝາຍ. ຄຳພິພາກສານີ້ ໄດ້ສ້າງຜົນສະທ້ອນໃຫ້ແກ່ພວກອົບພະຍົບ ແລະຜູ້ຂໍລີ້ພັຍຫລາຍຮ້ອຍຄົນ ທີ່ຍັງຖືກກັກກັນໂຕໃນອອສເຕຣເລັຍ. ຜູ້ຣົນນະຣົງກຳລັງ ຮຽກຮ້ອງໃຫ້ຣັຖບານແກ້ໄຂກົດໝາຍຢູ່.


ຜູ້ຂໍລີ້ພັຍ ຟ້ອງຣັຖບານ ເລື້ອງຖືກກັກໂຕໃນໂຮງແຮມນັ້ນ ບໍ່ຊນະຄະດີ.

ຜູ້ພິພາກສາສານ
ຣັຖບານກາງ ໄດ້ຕັດສິນວ່າ
ອອສເຕຣເລັຍໃຊ້ໂຮງແຮມ ເປັນສູນກັກຂັງຊົ່ວຄາວ ສໍາລັບຜູ້ຂໍລີ້ພັຍແລະອົບພະຍົບ ທີ່ລໍຖ້າການປິ່ນປົວນັ້ນ ຖືກກົດຫມາຍ.

ແຕ່ລາວເວົ້າວ່າ ການປະຕິບັດນັ້ນ 'ຂາດມະນຸດສະທັມ'.

ຄະດີສໍາຄັນນີ້ ໄດ້ຖືກນໍາມາຂຶ້ນສານໂດຍອົບພະຍົບຊາວ Kurdish ທີ່ຖືກກັກຂັງ ຢູ່ໃນໂຮງແຮມສອງແຫ່ງ ໃນ Melbourne ເປັນເວລາ ກວ່າ 14 ເດືອນ.

Phillippa Carisbrooke ລາຍງານ.

ໃນການເສັຍຄະດີ ສານຕໍ່ຣັຖບານກາງ, ແຕ່ Mostafa "Moz" Azimitibar ບໍ່ມີຄວາມເສັຍໃຈ ທີ່ຕໍ່ສູ້ທາງກົດຫມາຍ.

ລາວຢູ່ໃນຄວາມສງົບ ໃນຂນະທີ່ລາວກ່າວຕໍ່ ພວກສນັບສນຸນ ແລະສື່ມວນຊົນ ຫລັງຈາກການຕັດສິນ.

"ມີຫຼາຍຢ່າງ ໃນກົດຫມາຍທີ່ເກີດຂຶ້ນ ຊື່ງຈໍາເປັນຕ້ອງມີການປ່ຽນແປງ ແລະເຫັນໄດ້ຢ່າງຊັດເຈນວ່າ ຂ້າພະເຈົ້າໄດ້ຕໍ່ສູ້ຕໍ່ໄປ ດ້ວຍການສນັບສນູນຂອງທ່ານ. ຂອບໃຈຫລາຍໆ."

ຜູ້ພິພາກສາ ໄດ້ຕັດສິນວ່າ ຜູ້ອົບພະຍົບຊາວ Kurdish-Iranian ຖືກກັກຂັງ ຢ່າງຖືກຕ້ອງຕາມກົດຫມາຍ ໃນ Park Hotel ແລະ Mantra Hotel ໃນ Melbourne.

ທະນາຍຄວາມ ທີ່ເປັນຕົວແທນ ຂອງນາຍ Azimitabar, ທ່ານ Michael Bradley ກ່າວວ່າ ທ່ານຈະອ່ານເບິ່ງເຫດຜົນ ຂອງຜູ້ພິພາກສາ ກ່ອນຈະຕັດສິນໃຈວ່າ ຈະອຸທອນຕໍ່ສານເຕັມ ຂອງສານຣັຖບານກາງ (Full Court of the Federal Court) ຫຼືສານສູງສຸດ (High Court) ຫຼືບໍ່.

'ມັນບໍ່ໜ້າຈະຖືກຕ້ອງຕາມກົດຫມາຍໃນປະເທດນີ້, ດັ່ງຣັຖບານ ທີ່ຈະປະຕິບັດຕໍ່ປະຊາຊົນ ພາຍໃຕ້ການດູແລຂອງຕົນ ດ້ວຍລະດັບຂອງ ຄວາມໄຮ້ມະນຸດສະທັມ ດັ່ງກໍລະນີ ຂອງ Moz ເປັນຕົວຢ່າງ.'

ໃນການຍື່ນຄໍາຕັດສິນຂອງທ່ານ, ຜູ້ພິພາກສາ Bernard Murphy ກ່າວວ່າ ການພິຈາຣະນາຄະດີຂອງທ່ານ ບໍ່ຄວນຖືວ່າ ເປັນການເຫັນດີນຳການກັກຂັງ ຄົນເຂົ້າເມືອງ ໃນໂຮງແຮມ.

Mr Azimitabar ທົນທຸກກັບໂຣກຫືດຫອບ, ໂຮກຄວາມເຄັ່ງຕຶງ ຫຼັງເກີດເຄາະຮ້າຍ ແລະໂຣກຊຶມເສົ້າ.

ລາວຖືກກັກໄວ້ ໃນຫ້ອງພັກຂອງໂຮງແຮມ ຊຶ່ງປ່ອງຢ້ຽມ ສາມາດເປີດໄດ້ພຽງແຕ່ 10 ຊັງຕີແມັດເທົ່ານັ້ນ ແລະມັກຖືກປະຕິເສດ ບໍ່ໃຫ້ໄປບ່ອນອື່ນ ຢູ່ນອກໂຮງແຮມ.

ຜູ້ພິພາກສາກ່າວວ່າ 'ໃນເລື່ອງຂອງຄວາມເໝາະສົມ ຂອງມະນຸດທັມມະດາ, ໂຈດບໍ່ຄວນຖືກຄວບຄຸມໂຕເປັນເວລາດັ່ງກ່າວ ໃນເງື່ອນໄຂເຫລົ່ານັ້ນ.'

Samantha Klintworth ຜູ້ອຳນວຍການອົງການນິຣະໂທດກັມສາກົນ ອອສເຕຣເລັຍ (Amnesty International Australia) ກ່າວວ່າ ນະໂຍບາຍການກັກຂັງ ແລະພິຈາຣະນາຄຳຮ້ອງຄົນເຂົ້າເມືອງ ນອກຝັ່ງທະເລຂອງອອສເຕຣເລັຍເປັນ "ຄວາມອັບອາຍໃນທົ່ວໂລກ".

"ພວກເຮົາຮຽກຮ້ອງ ໃຫ້ຣັຖບານ ອອສເຕຣເລັຍອອກກົດຫມາຍ ທີ່ຈະເຮັດໃຫ້ການໃຊ້ສະຖານທີ່ກັກກັນ ເປັນທາງເລືອກຢ່າງຕໍ່ເນື່ອງ ໃນການຄວບຄຸມໂຕ ຜູ້ອົບພະຍົບ ແລະຜູ້ຂໍລີ້ພັຍ ເປັນເວລາດົນນານນັ້ນບໍ່ຖືກຕ້ອງຕາມກົດຫມາຍ.' ຜູ້ຣົນນະຣົງຮ້ອງອອກພ້ອມກັນວ່າ:'ແມ່ນແລ້ວ...ແມ່ນແລ້ວ "

ທ່ານ Andrew Giles ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ກ່າວວ່າ ທ່ານຈະພິຈາຣະນາ ຄຳພິພາກສາຢ່າງຮອບຄອບ.

'ຣັຖບານນີ້ ແລະຂ້າພະເຈົ້າ ໃນຖານະຣັຖມົນຕີ ໄດ້ໃຫ້ຄວາມສຳຄັນໃນການໃຊ້ສູນກັກຂັງຄົນເຂົ້າເມືອງ ເປັນທາງອອກສຸດທ້າຍ-ສະເພາະໃນກໍຣະນີທີ່ຈໍາເປັນເທົ່ານັ້ນ. ແລະໃນຕອນນີ້ ມີຜູ້ຖືກກັກຂັງ ໃນສູນກັກກັນຄົນເຂົ້າເມືອງ ໜ້ອຍກວ່າໃນອະດີດ.'

ຄຳພິພາກສາ ໄດ້ສ້າງຜົນສະທ້ອນໃຫ້ແກ່ພວກອົບພະຍົບ ແລະຜູ້ຂໍລີ້ພັຍຫລາຍຮ້ອຍຄົນ ທີ່ຖືກກັກຂັງຢູ່ໃນໂຮງແຮມ ຫຼັງຈາກທີ່ພວກເຂົາເຈົ້າ ໄດ້ຖືກນໍາມາໃນອອສເຕຣເລັຍຈາກການກັກຂັງຢູ່ນອກຝັ່ງທະເລ ເພື່ອການດູແລທາງການແພດ.

ໄຊຊນະ ຈະຊ່ອຍເສີມຄວາມພະຍາຍາມ ທີ່ຈະເຮັດໃຫ້ພວກເຂົາໄດ້ຮັບຄ່າຊົດເຊີຍ.

Phillippa Carisbrooke   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share