ທຳຄວາມເຂົ້າໃຈກັບກົດຫມາຍມໍຣະດົກຂອງອອສເຕຣເລັຍ: ຄຳອະທິບາຍກ່ຽວກັບສິດ ແລະຄວາມຮັບຜິດຊອບຂອງທ່ານ.

Australia Explained - Inheritance Laws

Who inherits if there is no Will? Credit: AlexanderFord/Getty Images

Get the SBS Audio app

Other ways to listen

ບໍ່ຄືກັບບາງປະເທດອື່ນໆ, ຊາວອອສເຕຣເລັຍ ບໍ່ໄດ້ເສັຍພາສີມໍຣະດົກສຳລັບຊັບສິນທີ່ເຂົາເຈົ້າສືບທອດ. ເຖິງຢ່າງນັ້ນ, ກົດຫມາຍມໍຣະດົກ ທີ່ເຄັ່ງຄັດກໍມີຢູ່, ແລະມີຫຼາຍກວ່າ 50 ເປີເຊັນ ຂອງຊາວອອສເຕຣເລັຍທີ່ເສັຍຊີວິດ ໂດຍບໍ່ມີ ພິນັຍກັມ (Will) , ສານມັກຈະຍື່ນມືມາກ່ຽວຂ້ອງ.


ຈຸດສໍາຄັນ
  • ຊາວອອສເຕຣເລັຍ ບໍ່ຕ້ອງຈ່າຍພາສີມໍຣະດົກ.
  • ມີການແຕ່ງຕັ້ງ ຜູ້ດໍາເນີນການ ເພື່ອຊ່ວຍຈັດການ ມໍຣະດົກ.
  • ການຈັດການມໍຣະດົກແມ່ນງ່າຍທີ່ສຸດ ເມື່ອມີພິນັຍກັມ ຖ້າບໍ່ດັ່ງນັ້ນ, ສານສາມາດແຊກແຊງໄດ້.
ເມື່ອມີຄົນຕາຍ,ທຸກສິ່ງທຸກຢ່າງທີ່ເຂົາປະ ໄວ້ຈະກາຍເປັນ 'ມໍຣະດົກຜູ້ຕາຍ'. ຊັບສິນຂອງພວກເຂົາ ສາມາດສົ່ງຕໍ່ ໃຫ້ຄອບຄົວ, ຫມູ່ເພື່ອນ ແລະອົງການຈັດຕັ້ງຕ່າງໆ.

ທ່ານນາງ Melissa Reynolds ຜູ້ຈັດການທົ່ວໄປຂອງ Trustee Services for State Trustees Victoria ອະທິບາຍວ່າ "ຊັບສິນສາມາດເປັນສິ່ງທີ່ມີຄຸນຄ່າທາງການຄ້າເຊັ່ນ: ເຮືອນ ຫຼືບັນຊີທະນາຄານ, ຣົດ, ຫຸ້ນ (Shares) ຫຼືເຄື່ອງຂອງໃນເຮືອນ, ແຕ່ມັນອາດຈະເປັນສິ່ງຂອງ ທີ່ມີຄຸນຄ່າທາງຄວາມຈິດໃຈເຊັ່ນກັນ."

"ຊັບສິນ ສາມາດເປັນຂອງຂວັນໂດຍສະເພາະ–ຂ້ອຍໃຫ້ຣົດຂອງຂ້ອຍແກ່ A. ຫຼືອາດ ຈະເປັນມໍຣະດົກ ຄືກັບທີ່ຂ້ອຍມອບເງິນຈໍານວນ 10.000 ໂດລາໃຫ້ເພື່ອນບ້ານ. ຫລືຊັບສິນ ອາດຈະຖືກປະໄວ້ໂດຍທົ່ວໄປ, ຍົກຕົວຢ່າງ, ຂ້ອຍປະຊັບສິນທັງຫມົດຂອງຂ້ອຍໄວ້ ໃຫ້ລູກໆຂອງຂ້ອຍ."

ຜູ້ດໍາເນີນງານ (Executor) ແມ່ນຫຍັງ?

ພິນັຍກັມ ລະບຸເຖິງວິທີ ທີ່ບາງຄົນຕ້ອງການໃຫ້ຊັບສິນຂອງເຂົາເຈົ້າ ຖືກແຈກຢາຍ ຫຼັງຈາກການຕາຍຂອງເຂົາ.

ໃນພິນັຍກັມ, ແມ່ນນິຕິບຸກຄົນ ທີ່ຖືກຕ້ອງຕາມກົດຫມາຍ, ທີ່ຮູ້ກັນໃນນາມ ຜູ້ດໍາເນີນການ (Executor), ໄດ້ຖືກແຕ່ງຕັ້ງ ໃຫ້ປະຕິບັດຫນ້າທີ່ ເປັນຜູ້ຈັດການຊັບສິນ. ຄວາມຮັບຜິດຊອບ ຂອງຜູ້ດໍາເນີນການ ແມ່ນຕ້ອງເຮັດ ຕາມຄວາມຕ້ອງການຂອງຜູ້ເສັຍຊີວິດ ແລະຮັບປະກັນວ່າ ປະຕິບັດຕາມພາລະຜູກພັນທັງຫມົດ.

ຜູ້ດໍາເນີນການ ສາມາດເປັນຜູ້ຮັບຜົນປໂຍດ ຫຼືຜູ້ຮັບມໍຣະດົກໄດ້ເຊັ່ນກັນ.

Florante Abad ນັກກົດຫມາຍທັງໃນຟີລິບປິນ ແລະ ອອສເຕຣເລັຍກ່າວວ່າ ໃນກໍລະນີທີ່ຜູ້ດໍາເນີນການ ບໍ່ໄດ້ຖືກກໍານົດ, ສານອາດຈະຕ້ອງເຂົ້າແຊກແຊງ.
ທ່ານ Abad ກ່າວວ່າ "ຜູ້ສມັກຄົນນັ້ນ ເອີ້ນວ່າຜູ້ຈັດການມໍຣະດົກ ຫລືຜູ້ດູແລ (ມໍຣະດົກ).”

"ດັ່ງນັ້ນຜູ້ດໍາເນີນການ ແມ່ນຜູ້ຈັດການມໍຣະດົກ ທີ່ຖືກແຕ່ງຕັ້ງ ໃນພິນັຍກັມ, ແລະ ຜູ້ດູແລ (ມໍຣະດົກ) ແມ່ນຜູ້ຈັດການມໍຣະດົກ ທີ່ຖືກແຕ່ງຕັ້ງໂດຍສານ."

ຖ້າທ່ານໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ດໍາເນີນການ ແຕ່ຮູ້ສຶກວ່າ ທ່ານບໍ່ສາມາດຮັບຫນ້າທີ່ໄດ້, ທ່ານສາມາດ ມອບອຳນາດໃຫ້ຜູ້ຈັດການມໍຣະດົກຂອງຣັດ ປະຕິບັດແທນທ່ານ. ຫນ່ວຍງານ
ນີ້ ຊ່ວຍໃນເລື່ອງ ເຫຼົ່ານີ້.

ຜູ້ດໍາເນີນການ ຫຼືຜູ້ດູແລ ຕ້ອງຕິດຕໍ່ຜູ້ໄດ້ຮັບຜົນປໂຍດ ແລະສມັກຂໍເອົາ 'Probate'
Australia Explained - Inheritance Laws - Supreme Court
Melbourne Supreme Court issued widespread Australian gagging order over political bribery allegations revealed by 'Wikileaks' today 30-July-2014 Melbourne Australia Credit: Nigel Killeen/Getty Images

ຜູ້ດໍາເນີນການ ຫຼືຜູ້ດູແລ ຕ້ອງຕິດຕໍ່ຜູ້ໄດ້ຮັບຜົນປໂຍດ ແລະສມັກຂໍເອົາ 'Probate'

Probate ແມ່ນຄໍາສັ່ງຂອງສານ ທີ່ກວດສອພິນັຍກັມ ແລະອະນຸຍາດໃຫ້ຜູ້ດໍາເນີນການ ຈັດການມໍຣະດົກ.

ສານສູງສຸດບັນທຶກຄໍາຮ້ອງສມັກສໍາລັບການກວດສອບ. ທ່ານສາມາດເບິ່ງໃບທະບຽນສານສູງສຸດ Probate Registry ໃນພື້ນທີ່ຂອງທ່ານ.

ໃຜເປັນຜູ້ໄດ້ຮັບມໍຣະດົກ ຖ້າບໍ່ມີພິນັຍກັມ?

Melissa Reynolds ອະທິບາຍວ່າ "ເມື່ອຜູ້ຕາຍໂດຍບໍ່ມີພິນັຍກັມອັນນີ້ ເອີ້ນວ່າການຕາຍ 'Intestate'.

"ບຸກຄົນທີ່ຖືວ່າມີສິດສູງສຸດໃນມໍຣະດົກສາມາດຍື່ນຄໍາຮ້ອງຂໍ ໃນການພິຈາຣະນາຈາກສານ, ຫຼືເຂົາເຈົ້າສາມາດມອບອຳນາດໃຫ້ ຜູ້ຈັດການມໍຣະດົກ ສາທາຣະນະ ເພື່ອດູແລມໍຣະດົກ"

ວິທີປະຕິບັດ ທີ່ໃຊ້ໃນການແຈກຢາຍຊັບສິນໂດຍບໍ່ມີ ມໍຣະດົກ ເອີ້ນວ່າ ກົດຫມາຍວ່າດ້ວຍການສືບທອດ (Succession Act).

ເຖິງແມ່ນວ່າເຂດອຳນາດສານ (Jurisdiction) ຈະແຕກຕ່າງກັນ, ແຕ່ຊັບສິນສ່ວນໃຫຍ່ ມັກຈະໄປຫາຄູ່ຊີວິດທີ່ຍັງມີຊີວິດຢູ່, ສ່ວນທີ່ເຫຼືອ ແມ່ນໃຫ້ພວກລູກໆ.

ເມື່ອມີຄູ່ສົມຣົດ ຫຼື de facto ແລະບໍ່ມີລູກ, ຊັບສິນຕົກໄປທີ່ຄູ່ຄອງ. ໃນກໍຣະນີ ທີ່ບໍ່ມີຄູ່ຄອງ ຫຼືລູກ, ຊັບສິນກໍຈະໄປຫາ ຍາດພີ່ນ້ອງທີ່ໃກ້ຊິດ ທີ່ສຸດ ຕໍ່ໄປ ຕາມທີ່ໄດ້ກໍານົດໄວ້ ໃນກົດຫມາຍທີ່ກ່ຽວຂ້ອງ.

ຖ້າບໍ່ມີຜູ້ໃດສືບທອດ, ຊັບສິນກໍຈະເປັນຂອງຣັດ.
Australia Explained - Inheritance Laws
Cropped shot of a senior couple meeting with a consultant to discuss paperwork at home Credit: shapecharge/Getty Images

ຂໍ້ຜູກມັດທາງພາສີຂອງຂ້ອຍ ແມ່ນຫຍັງ?

ຊາວອອສເຕຣເລັຍ ບໍ່ຕ້ອງຈ່າຍພາສີມໍຣະດົກ, ແຕ່ມີຂໍ້ຜູກມັດທາງການເງິນອື່ນໆ.

ATO ນໍາໃຊ້ກົດການເກັບພາສີ ຖ້າທ່ານຂາຍຊັບສິນ ທີ່ສືບທອດມາ.

Akram El-Fahkri, ເປັນນັກບັນຊີ ອະທິບາຍວ່າ "ບໍ່ມີຜົນກະທົບດ້ານພາສີ ສໍາລັບຊັບສິນຂອງຜູ້ຕາຍ ຖ້າເປັນເຮືອນທີ່ຢູ່ອາສັຍຂອງຜູ້ຕາຍ".

ມີການຍົກເວັ້ນພາສີ
(CGT) ຖ້າຫາກວ່າ ຊັບສິນທີ່ຢູ່ອາສັຍທີ່ສືບທອດມາ ຖືກຂາຍພາຍໃນສອງປີ, ດັ່ງນັ້ນ ມັນເປັນສິ່ງທີ່ດີທີ່ສຸດ ທີ່ຈະຂໍຄຳແນະນຳ ຈາກຜູ້ຊ່ຽວຊານ.

ຫຸ້ນ (Shares) ທີ່ປ່ຽນເປັນເງິນສົດ ຈະຕ້ອງເສັຍພາສີ Capital Gains Tax (CGT), ແລະດອກເບັ້ຍຕ່າງໆ ຂອງທະນາຄານ ຈາກມໍຣະດົກເງິນສົດ ຕ້ອງແຈ້ງຕໍ່ ATO ກ່ຽວກັບການເສັຍພາສີຂອງທ່ານ.

ການສືບທອດຊັບສິນ ຢູ່ຕ່າງປະເທດ

ໂອກາດສອງປີ ຄືກັນນີ້ ໃຊ້ກັບຊັບສິນຢູ່ຕ່າງປະເທດ.

ທ່ານ El-Fahkri ກ່າວວ່າ "ຖ້າຫາກວ່າ ມັນຖືກຂາຍ ພາຍໃນໄລຍະສອງປີນັ້ນ ແລ້ວເງິນມາເຖິງອອສເຕຣເລັຍ, ແລະເງິນໄດ້ຖືກແຈ້ງ ແລະມັນກໍຕົກຢູ່ໃນກົດລະບຽບ ຂອງອອສເຕຣເລັຍ ແລະກາຍເປັນບໍ່ຕ້ອງເສັຍພາສີ"

"ບັນຫາພຽງຢ່າງດຽວກໍແມ່ນ ຖ້າວ່າມີກົດຫມາຍພາສີ ທີ່ພິເສດໃນປະເທດທີ່ມັນຖືກຂາຍ. ແລ້ວບາງທີ ການຊື້ຂາຍນັ້ນຈະຖືກຕົກຢູ່ໃນກົດລະບຽບ ຂອງການເກັບພາສີຂອງປະເທດນັ້ນ."

ກົດ CGT ພິເສດ ມີຜົນບັງຄັບໃຊ້ ຖ້າຫາກວ່າ ທ່ານບໍ່ແມ່ນຜູ້ທີ່ຢູ່ອາສັຍໃນອອສເຕຣເລັຍ, ດັ່ງນັ້ນ ມັນເປັນສິ່ງທີ່ດີທີ່ສຸດ ທີ່ຈະຂໍຄໍາແນະນໍາ.
Australia Explained - Inheritance Laws
codicil to a last will and testament and irrevocable trust being signed by a 50 year old woman. Credit: JodiJacobson/Getty Images

ຂ້ອຍສາມາດ ຟ້ອງຮ້ອງ ການສືບທອດມໍຣະດົກໄດ້ບໍ່?

ຖ້າທ່ານເຊື່ອວ່າທ່ານມີສິດໄດ້ຮັບມໍຣະດົກ ແຕ່ບໍ່ໄດ້ລວມຢູ່ໃນພິນັຍກັມ, ຫຼືບໍ່ມີພິນັຍກັມ, ທ່ານມີສິດທີ່ຈະຟ້ອງຮ້ອງ ການສືບທອດ ພາຍໃຕ້ກົດຫມາຍສືບທອດ (Succession Act). ນີ້ເອີ້ນວ່າ ການຮຽກຮ້ອງການຈັດຫາຄອບຄົວ ສາທາຣະນະ (Public Family Provision Claim).

ສານສູງສຸດ ສາມາດປ່ຽນແປງພິນັຍກັມໄດ້.

ເຖິງຢ່າງໃດກໍຕາມ, ບໍ່ມີໃຜ ມີສິດໄດ້ຮັບມໍຣະດົກໂດຍອັດຕະໂນມັດ. ທ່ານຕ້ອງພິສູດຂໍ້ຮຽກຮ້ອງ ຂອງທ່ານ. Mr Abad ກ່າວ.
ທ່ານຕ້ອງສ້າງການພົວພັນທາງດ້ານການເງິນ ແລະການຂາດເຂີນ ຂອງທ່ານ ເພາະວ່າຄົນຜູ້ນັ້ນໄດ້ເສັຍຊີວິດ, ແລະບໍ່ມີການຈັດຫາທີ່ພຽງພໍ ສໍາລັບທ່ານພາຍໃຕ້ພິນັຍກັມ. ບໍ່ມີກົດທີ່ຕາຍໂຕ ແລະງ່າຍ, ແຕ່ສານສູງສຸດ ຈະພິຈາຣະນາ ເຖິງສະພາບການ ກ່ຽວກັບ ການຮຽກຮ້ອງ ຂອງທ່ານ.
Florante Abad
ການສືບທອດມໍຣະດົກ ອາດມີຄວາມຊັບຊ້ອນ, ແຕ່ມີການຊ່ວຍເຫຼືອ ໂດຍຜ່ານອົງການຕ່າງໆ ເຊັ່ນ ແລະ . ພວກເຂົາເຈົ້າມີລາຍຊື່ ຂອງທະນາຍຄວາມ ໃນພື້ນທີ່ຂອງທ່ານ ທີ່ເວົ້າພາສາຂອງທ່ານ ຫຼືປະຕິບັດກ່ຽວກັບມໍຣະດົກ.

ນອກນັ້ນ ທ່ານຍັງສາມາດເຂົ້າເຖິງຄູ່ມືຟຣີ ເພື່ອເຮັດພິນັຍກັມແລະເຮັດຫນ້າທີ່ເປັນຜູ້ດໍາເນີນການ (Executor) ໃນເວັບໄຊ ຂອ State Trustees ສໍາລັບຣັດ ຫຼືເຂດປົກຄອງຂອງທ່ານ.

Share