ການມອບສັນຊາດ ບໍ່ຈຳເປັນຕ້ອງແມ່ນໃນວັນຊາດ ອອສເຕຣເລັຍ ຍ້ອນຣັຖບານນີ້ ໄດ້ຍົກເລີກ ກົດບັງຄັບຂອງຣັຖບານເກົ່າ.

Immigration Minister Minister Andrew Giles

ຣັຖມົນຕີກະຊວງກວດຄົນເຂົ້າເມືອງ ທ່ານ Andrew Giles. Source: AAP / LUKAS COCH/AAPIMAGE

Get the SBS Audio app

Other ways to listen

ວັນທີ 26 ມັງກອນຊຶ່ງແມ່ນວັນຊາດ ອອສເຕຣເລັຍ ຊຶ່ງຕາມທີ່ເຄີຍເປັນມາແມ່ນມື້ທີ່ ຜູ້ໄດ້ຮັບສັນຊາດ ອອສເຕຣເລັຍຈະມີການສເລີມສລອງ. ແຕ່ຣັຖບານແຮງງານໄດ້ປ່ຽນກົດໃຫໝ່ ຍ້ອນວ່າ ມັນແມ່ນມື້ທີ່ເປັນສັນຍາລັກຂອງການຮຸກຮານດິນແດນສຳລັບຊາວພື້ນເມືອງ ແລະຊາວ Torres Strait Islander.


ການມອບສັນຊາດ ບໍ່ຈຳເປັນຕ້ອງແມ່ນໃນວັນຊາດ ອອສເຕຣເລັຍ ຍ້ອນຣັຖບານນີ້ ໄດ້ຍົກເລີກ ກົດບັງຄັບຂອງຣັຖບານເກົ່າ.

ສະພາທ້ອງຖິ່ນ ຈະບໍ່ຖືກບັງຄັບໃຫ້ຈັດພິທີມອບສັນຊາດອີກຕໍ່ໄປ ໃນວັນຊາດອອສເຕຣເລັຍ, ຫຼັງຈາກທີ່ພັກແຮງງານໄດ້ຍົກເລີກການຕັດສິນໃຈ ຂອງຣັຖບານປະສົມ ໃນອະດີດ.

ບາງສະພາໃນເມືອງ Melbourne ໄດ້ຕັດສິນໃຈ ທີ່ຈະບໍ່ຈັດພິທີໃນວັນຊາດອອສເຕຣເລັຍ ຍ້ອນຄວາມເຄົາລົບຕໍ່ຊຸມຊົນຊາວພື້ນເມືອງ.

ພາຍໃຕ້ການປ່ຽນແປງນີ້, ສະພາຈະສາມາດຈັດພິທີ ໃນກອບເວລາຫົກວັນ ຂອງວັນທີ 26 ມັງກອນ, ເຖິງແມ່ນວ່າ ຣັຖບານກ່າວວ່າ ຍັງມີຄວາມຄາດຫວັງຢ່າງຫຼາຍ ທີ່ຈະຈັດຂຶ້ນໃນວັນພັກ ສາທາຣະນະ. Finn McHugh ແລະ Claire Slattery ລາຍງານ.

ວັນຊາດອອສເຕຣເລັຍ ເປັນວັນສໍາຄັນເພື່ອຕ້ອນຮັບພົນລະເມືອງໃຫມ່.

ແຕ່ບັດນີ້ ສະພາທ້ອງຖິ່ນ ຈະມີຄວາມຍືດຍຸ່ນຫລາຍຂຶ້ນ ກ່ຽວກັບເວລາທີ່ຈະຈັດ ພິທີເຫຼົ່ານັ້ນ

ຣັຖມົນຕີກະຊວງກວດຄົນເຂົ້າເມືອງ ທ່ານ Andrew Giles ກ່າວວ່າ:

"ສິ່ງທີ່ພວກເຮົາໄດ້ເຮັດ ແມ່ນພວກເຮົາໄດ້ຢຸດສິ່ງກີດຂວາງ,ອຸປສັກຕ່າງໆ ທີ່ຂັດຂວາງພົນລະເມືອງໃນບາງສະພາ ໃນMelbourne ຊຶ່ງເຮັດໃຫ້ບໍ່ສາມາດ ທີ່ຈະກາຍເປັນພົນລະເມືອງຂອງອອສເຕຣເລັຍ ໃນຊຸມຊົນຂອງເຂົາເຈົ້າເອງ, ກັບຫມູ່ເພື່ອນ ແລະຄອບຄົວໄດ້."

ພາຍໃຕ້ກົດລະບຽບໃຫມ່, ພິທີການເປັນພົນລະເມືອງ ສາມາດຈັດຂຶ້ນໄດ້ ພາຍໃນສາມມື້ ກ່ອນຫຼືຫຼັງ ວັນທີ 26 ມັງກອນ, ດັ່ງນັ້ນ ແມ່ນມື້ໃດກໍໄດ້ ຕັ້ງແຕ່ວັນທີ 23 ຫາ 29.

ການຕັດສິນໃຈປ່ຽນແປງ ໃນປະມວນກົດຫມາຍວ່າດ້ວຍການເປັນພົນລະເມືອງ ທີ່ໄດ້ຖືກນໍາສເນີໂດຍ ອະດີດຣັຖບານຮ່ວມໃນປີ 2017.

ການປ່ຽນແປງເຫລົ່ານັ້ນ ໄດ້ບັງຄັບໃຫ້ສະພາທ້ອງຖິ່ນ ຈັດກິດຈະກັມ ເປັນພົນລະເມືອງ ໃນວັນຊາດ ອອສເຕຣເລັຍ.

ນີ້ແມ່ນອະດີດນາຍົກຣັຖມົນຕີ ທ່ານ Scott Morrison ທີ່ປົກປ້ອງ ການຕັດສິນໃຈ ໃນປີ 2019.

"ທ່ານຮູ້ແລ້ວວ່າ ຂ້າພະເຈົ້າເປັນນາຍົກຣັຖມົນຕີ ທີ່ມີມາດຕະຖານ. ແລະຂ້າພະເຈົ້າກໍາລັງວາງມາດຕະຖານ ໃນສະພາ ຖ້າຫາກວ່າພວກເຂົາເຈົ້າຢາກດໍາເນີນພິທີການມອບສັນຊາດ. ຣັຖບານແຫ່ງຊາດ, ຣັຖບານອອສເຕຣເລັຍເປັນຜູ້ຮັບຜິດຊອບໃນພິທີມອບສັນຊາດ. ນີ້ແມ່ນກົດ, ຖ້າວ່າທ່ານຕ້ອງການປະຕິບັດຕາມກໍດີ, ພວກເຮົາກໍຢາກໃຫ້ທ່ານມີສ່ວນຮ່ວມ. ຖ້າທ່ານບໍ່ຕ້ອງການເຮັດ, ພວກເຮົາກໍຈະໃຫ້ຄົນອື່ນເຮັດ...ນັ້ນບໍ່ແມ່ນບັນຫາ."

ອະດີດຣັຖບານ ໄດ້ແນະນໍາກົດດັງກ່າວ ຫຼັງຈາກທີ່ສະພາເມືອງ Melbourne ບາງແຫ່ງ ໄດ້ມີມະຕິທີ່ ຈະບໍ່ຈັດພິທີໃນວັນນັ້ນ.

ເຂົາເຈົ້າໄດ້ມີມະຕິເຊັ່ນນັ້ນ ດ້ວຍຄວາມເຄົາລົບຕໍ່ຊຸມຊົນຊາວພື້ນເມືອງ, ເພາະວ່າວັນນັ້ນສະແດງເຖິງການຮຸກຮານດິນແດນ ຂອງຊາວພື້ນເມືອງ ແລະ ຊາວ Torres Strait Islander.

ການຕັດສິນໃຈໃຫມ່ ໄດ້ປ່ຽນຄຳສັ່ງຫ້າມສະພາ ໃນ Melbourne ສອງແຫ່ງ ຊຶ່ງໄດ້ຖືກຫ້າມບໍ່ໃຫ້ຈັດພິທີມອບສັນຊາດໃດໆ ນັບແຕ່ປີ 2017.

ທ່ານ Andrew Giles ຣັຖມົນຕີກະຊວງກວດຄົນເຂົ້າເມືອງ ກ່າວວ່າ ຣັຖບານຂອງທ່ານ ຢາກໃຫ້ຊາວອອສເຕຣເລັຍ ມາເຕົ້າໂຮມກັນ, ບໍ່ແມ່ນຈະແບ່ງແຍກພວກເຂົາເຈົ້າ.

"ນີ້ແມ່ນກ່ຽວກັບການຮັບຮູ້ວ່າ ເສັ້ນທາງໄປສູ່ການເປັນພົນລະເມືອງ ແມ່ນພື້ນຖານໃນການເປັນປະເທດ ທີ່ມີຫຼາກຫລາຍວັດທະນະທັມສມັຍໃໝ່. ມັນກ່ຽວກັບການຮັບຮູ້ວ່າ ທຸກຄົນທີ່ສໍາເລັດໃນເດີນທາງນັ້ນ ຄວນຈະສາມາດເຮັດສິ່ງນັ້ນໄດ້ໃນຊຸມຊົນຂອງຕົນເອງ ພ້ອມດ້ວຍຫມູ່ເພື່ອນ, ຄອບຄົວ ແລະເຈົ້າຫນ້າທີ່ໃນທ້ອງຖິ່ນ."

ສະພາເມືອງ Yarra, ໃນພາກເຫນືອຂອງ Melbourne, ເປັນສະພາທໍາອິດທີ່ໄດ້ລົງມະຕິ ເພື່ອຈະຍົກເລີກພິທີວັນຊາດອອສເຕຣເລັຍ.

ນາຍົກເທສມົນຕີ Claudia Nguyen ກ່າວວ່າ ສະພາຂອງນາງໄດ້ສນັບສນູນ ໃຫ້ຣັຖບານຍົກເລີກຄຳສັ່ງຫ້າມ ແລະຊຸມຊົນຂອງນາງກໍຕື່ນເຕັ້ນ ກັບການຕັດສິນໃຈນັ້ນ.

"ຣັຖບານກາງໃນທີ່ນີ້ ຮັບຮູ້ວ່າມີຊຸມຊົນທີ່ບໍ່ສະບາຍໃຈ ກັບການຈັດພິທີກ່ອນຫນ້ານີ້ ໃນວັນທີ 26 ມັງກອນ, ນີ້ແມ່ນບາດກ້າວຕໍ່ໄປ, ພວກເຮົາກໍາລັງເຮັດວຽກຮ່ວມກັນ ເພື່ອຍັງຮັບຮູ້ຊຸມຊົນທີ່ຍັງມີຄວາມຕື່ນເຕັ້ນຢ່າງແທ້ຈິງ ທີ່ຈະສເລີມ ສລອງພິທີຮັບສັນຊາດຂອງພວກເຂົາ ພາຍໃນເມືອງ Yarra"

ສະພາທີ່ຢູ່ໃກ້ຄຽງຢ່າງ Merri-Bek ໄດ້ລົງມະຕິໃນຕົ້ນເດືອນນີ້ເພື່ອຈະປະຕິບັດຄືສະພາ Yarra, ຊຶ່ງກາຍເປັນສະພາທີສາມຂອງ Melbourne ທີ່ຈະເຮັດເຊັ່ນນັ້ນ, ພ້ອມກັບສະພາ Darebin.

ນາຍົກເທສມົນຕີທ້ອງຖິ່ນ ທ່ານນາງ Angelica Panopoulos ກ່າວວ່າ ກົດລະບຽບໃຫມ່ ຈະໃຫ້ອໍານາດແກ່ສະພາ ທີ່ຈະເລືອກເອົາເວລາ ທີ່ພວກເຂົາເຈົ້າ ຢາກຈັດພິທີມອບສັນຊາດ.

"ການເປັນພົນລະເມືອງ ບໍ່ຈໍາເປັນຕ້ອງເກີດຂຶ້ນໃນວັນຊາດອອສເຕຣເລັຍ ໃນວັນທີ 26 ມັງກອນ. ພວກເຮົາມີພິທີເຫຼົ່ານັ້ນຕລອດປີ. ສະນັ້ນ ການທີ່ວ່າພິທີການຮັບສັນຊາດ ຄວນຈະເປັນເຫດການທີ່ມີຄວາມສຸກ, ມັນເປັນເຫດການທີ່ຍິ່ງໃຫຍ່ໃນຊີວິດຂອງບາງຄົນ ແລະມັນເປັນການສເລີມສລອງ ວ່າຜູ້ຄົນໄດ້ມາໄກປານໃດ ແລະເລືອກທີ່ຈະເອົາອອສເຕຣເລັຍເປັນບ້ານ. ການເຮັດສິ່ງນັ້ນ ໃນມື້ທີ່ເປັນສັນຍາລັກ ຂອງຄວາມເຈັບປວດ ແລະຄວາມພິນາດຢ່າງໃຫຍ່ຫລວງ ສໍາລັບປະຊາຊາດທໍາອິດ ມັນບໍ່ເຫມາະສົມທີ່ຈະເຮັດແບບນັ້ນ."

ຣັຖບານກາງ ຍັງຢືນຢັນວ່າ ຍັງມີຄວາມຕ້ອງການທີ່ຈະຈັດພິທີມອບສັນຊາດໃນວັນທີ 26 ມັງກອນ.

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ນັ້ນແມ່ນສິ່ງທີ່ລາວຈະເຮັດ ໃນວັນຊາດອອສເຕຣເລັຍຄັ້ງຕໍ່ໄປ.

"ແຕ່ກົດເກນວິທີ ທີ່ພວກເຂົາເຈົ້າຖືກອອກແບບ ຫມາຍຄວາມວ່າພົນລະເມືອງ, ຜູ້ທີ່ບໍ່ມີສ່ວນໃນຕັດສິນໃຈວ່າ ພິທີການຈະຈັດຂຶ້ນເມື່ອໃດ, ໄດ້ຂາດການເປັນພົນລະເມືອງຂອງອອສເຕຣເລັຍ.ພວກເຮົາຕ້ອງການໃຫ້ຄົນກາຍເປັນພົນລະເມືອງອອສເຕຣເລັຍ ແລະນັ້ນແມ່ນເຫດຜົນທີ່ພວກເຮົາບໍ່ຄວນວາງສິ່ງກີດຂວາງ ດ້ວຍເຫດຜົນທາງອຸດົມການຕໍ່ຫນ້າໂອກາດນັ້ນ."

ແຕ່ຝ່າຍຄ້ານໄດ້ເຕືອນວ່າ ມັນອາດເປັນສ່ວນນຶ່ງຂອງການປ່ຽນແປງທີ່ກວ້າງກວ່ານັ້ນ.

ໂຄສົກກະຊວງກວດຄົນເຂົ້າເມືອງຂອງຝ່າຍຄ້ານ ທ່ານ Dan Tehan ກ່າວວ່າ:

"ພວກເຂົາເຈົ້າໄດ້ຍອມຈຳນົນ ໃຫ້ສະພາຝ່າຍຊ້າຍຂອງ Greenກ່ຽວກັບການຈັດພິທີເປັນພົນລະເມືອງ. ແລະສະນັ້ນ ບັດນີ້ພວກເຮົາຈຶ່ງຮູ້ວ່າ ສິ່ງທີ່ຈະເກີດຂຶ້ນຕໍ່ໄປ ຄືສະພາທ້ອງຖິ່ນເຫລົ່ານີ້ ຈະບໍ່ຢຸດພຽງເທົ່ານັ້ນ. ແລະຖ້າຣັຖບານແຮງງານ Albanese ໄດ້ຍອມຈຳນົນເລື່ອງນີ້ ສະແດງໃຫ້ເຫັນວ່າພວກເຂົາເຈົ້າ ກຽມພ້ອມທີ່ຈະຍອມຈຳນົນໃນເລື້ອງອື່ນໆ. ຄວາມກັງວົນ ແລະເປັນຫ່ວງຢ່າງເລິກເຊິ່ງຂອງຂ້າພະເຈົ້າ ແມ່ນຂອບບາງໆຂອງຫຼິ້ມ ແລະພວກເຮົາຈະເຫັນຣັຖບານແຮງງານ Albanese ຈະລະເມີດສັນຍາຂອງຕົນ ຕໍ່ປະຊາຊົນອອສເຕຣເລັຍ ໃນອະນາຄົດ ແລະພະຍາຍາມທີ່ຈະຍ້າຍ ວັນຊາດ ອອສເຕຣເລັຍ"

ແຕ່ນາຍົກຣັຖມົນຕີ Anthony Albanese ໃຫ້ການປະຕິເສດ ວ່າ.

"ຂ້າພະເຈົ້າສນັບສນູນວັນຊາດອອສເຕຣເລັຍ, ຣັຖບານສນັບສນູນວັນຊາດອອສເຕຣເລັຍ ແລະບໍ່ມີການປ່ຽນແປງຫຍັງ. ສິ່ງທີ່ບໍ່ຄວນເກີດຂຶ້ນຄື ໃຜບາງຄົນ - ເຊັ່ນ John Smith ຜູ້ອົບພະຍົບໃຫມ່ ຈາກປະເທດອັງກິດ ຖືກປະຕິເສດໂອກາດທີ່ຈະເປັນພົນລະເມືອງອອສເຕຣເລັຍເນື່ອງຈາກການຕັດສິນໃຈຂອງສະພາທ້ອງຖິ່ນ. ເວົ້າຢ່າງກົງໄປກົງມາ ນັ້ນແມ່ນບໍ່ຍຸດຕິທັມ ຕໍ່ບຸກຄົນ ແລະມັນເປັນການລົງໂທດບຸກຄົນ ແລະບໍ່ມີຫຍັງຫນ້ອຍກວ່ານັ້ນ."

ຣັຖບານກ່າວວ່າ ມີໃບສມັກເປັນພົນລະເມືອງ ບໍ່ຫນ້ອຍກວ່າ100,000 ຄົນ ເປັນເທື່ອທໍາອິດໃນຮອບຫ້າປີ.

ເນື້ອເລື່ອງໂດຍ Finn McHugh ແລະ Claire Slattery ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

Share