ຊຸມຊົນລາວຖຶກກະທົບກະເທືອນໂດນໂຄໂຣນາໄວຣັສໃນອອສເຕຼເລັຍ

An empty George Street in Sydney (AAP)

An empty George Street in Sydney (AAP) Source: AAP

ຊຸມຊົນລາວຖຶກກະທົບກະເທືອນໂດນໂຄໂຣນາໄວຣັສໃນອອສເຕຼເລັຍແບບໃດ?

 

ສຳພາດທ່ານ ສິດ ສຸກສະຫວັດ ອົພຍົບລາວລຸ້ນທະອິດທີມາເຖງອອສເຕຼເລັຍໃນປີ 1976.

 

ອັນທີ່ຈິງແລ້ວມັນແຕະຕອ້ງທຸກໆຄົນໂດຍກົງແລະ/ຫຼືໂດຍທາງອ້ອມໂດຍບໍ່ວ່າຈະຢູ່ໃສກໍຕາມແຕ່.

ການເປັນຢູ່ແລະຮີດຄອງປະເພນີກ່ຽວກັບການເປັນຢູ່ໃນປະເທດອອສເຕຼເລັຍມັນກໍແຕ່ກຕ່າງກັບຂອງຄົນລາວເຮົາແທ້ໆຢູ່ແລ້ວ ເພີ້ມກັບມີການຕ້ອງຫ້າມຕ່າງໆຍ້ອນ ໂຄວິດ-19 ບັນຫາຕ່າງໆກໍທະວີຂຶ້ນແນ່ນອນ.

ຈາກການແນະນຳຂອງກະຊວງສາທາຣະນະສຸກອອສເຕຼເລັຍ ແມ່ນວ່າຄົນທີ່ມີອາຍຸ 70 ປີຂຶ້ນໄປແມ່ນມີຄວາມສ່ຽງກັບໂຄວິດຫຼາຍຍ້ອນວ່າພູມຕ້ານທານຂອງຮ່າງກາຍຂອງພວກຂະເຈົ້າບໍ່ແຂງແຮງດີ. ພວກທີ່ມີພະຍາດແຊກຊ້ອນນັ້ນແຮງເຕັກຕື່ມ.

ດ້ວຍເຫດນີ້ທຸກຄົນຕ້ອງກະທຳສິ່ງທີ່ຮຽກວ່າ ແລະເຄື່ອນໄປສູ່ .

ແລະສິ່ງນຶ່ງທີ່ເຫັນກັນວ່າເປັນສິ່ງສຳຄັນໃນການປົກປ່ອງໂຕເອງແລະຄົນທັງຫຼາຍແມ່ນການໄປໃຫ້ສັກຢາວັກຊີນກັນ ໂຄວິດ-19.

 

ໃນສັງຄົມລາວເຮົາໃນອອສເຕຼເລັຍກໍມີຄົນເປັນໂຄວິດມາແລ້ວແຕ່ລອດມັນໄດ້ທຸກໆຄົນຍົກເວັ້ນທ່ານອາວຸໂສຄົນນຶ່່ງທີເສັຍຊີວິດໄປຍ້ອນ.

ພະຍາດ ໂຄວິດ-19 ສາຍພັນແດນຕາທີ່ຣະບາດຂຶ້ນໃນອອສເຕຼເລັຍ ຮ້າຍແຮງທີ່ສຸດແມ່ນໃນຣັດນີວຊາສທ໌ແວນລ໌ ດັ່ງໃນຂົງແຄ້ວນ ແຟຟຽນ ທີ່ມີຄົນທີມາກແຜ່ນດນລາວຢູ່ກິນແລະດຳລົງຊີວິດຢູ່ຫຼາຍ.

ຈາກການສຳພາດທ່ານ ສິດ ສຸກສະຫງັດ ຄົນລາວລຸ້ນທຳອິດທີ່ມາຢູ່ອອສເຕຼຈາກສູນອົພຍົບໜອງຄາຍ ແມ່ນວ່າທ່ານບອກໃຫ້ຮູ້ວ່າ "ດຽວນີ້ມັນກະຢາກຍາກແນວນຶ່ງເພາະວ່າເຂົາກະທະວີລ໋ອກດາວໄປອີກສອງສັບປະດາ ແລະສະຖານະການດຽວນີ້ມັນກະບໍ່ປົກກະຕິເທື່ອ".

ກ່ຽວກັບວ່າທຸກໆຄົນຄົງຢ້ານກົວໂຄວິດ-19 ຫຼືບໍ່ນັ້ນ?

ສຳຮັບທ່ານ ສິດ ແລ້ວທ່ານເວົ້ວ່າສຳຮັບທ່ານເອງແລ້ວ "ເຣື່ອງຢ້ານກະຢ້ານຢູ່ຫັນແລ້ວ. ອັນນີ້ເຮົາເບິ່ງບໍ່ເຫັນ ພະຍາດໂຕນີ້. ໄປຊອບປິງ ໄປຫັຍງກະແບບທີ່ວ່າພະຍາຍາມໄປແບບທີ່ວ່າຈຳເປັນຈຶ່ງໄປ. ໄປແລ້ວ ກະຕ້ອງຟ້າວຊື້ ຟ້າວມາ".

 

ການດຳລົງຊີວິດໂດຍການເຮັດວຽກເຮັດການກໍມີບັນຫາ, ຖ້າຫາກຍັງມີວຽກເຮັດຢູ່.

ສຳຮັບທ່ານ ສິດ ແລ້ວທ່ານເລົ່າສູຟັງວ່າ "ບາງບ່ອນຫັນເຂົາກະໃຫ້ແບບທີ່ວ່າປ່ຽນກັນສາມມື້. ພວກເຮັດຢູ່ຫ້ອງການ ສາມມື້ ປ່ຽນກັນມາເຮັດຢູ່ບ້ານສາມມື້ຫຼືສອງມື້. ເຂົາຊັບກັນຈັ່ງຊັ້ນ ແຕ່ບາງບ່ອນເຂົາກະໃຫ້ມາເຮັດຢູ່ບ້ານໜົດເລີຍ".

ທ່ານບອກໃຫ້ຊາບອີກວ່າ "ພວກທີ່ຢູ່ໃນເຂດ ອັນາ hot spot ທຸກໆສາມມື້້ເຂົາຕ້ອງໄດ້ ອັນນາ check ເດ້. ຕ້ອງໄດ້ screen".

 

ສຳຮັບຄົນທີ່ມີຄົນໃກ້ສິດທີ່ໄປຢູ່ກິນຢູ່ໃນສະຖານທີ່ດູແລຄົນແກ່ຊະຣາຫຼືບ່ອນດູແລພິເສດ ການພົວພັນກັນກັບຄົນພາຍນອກກະມີຄວາມຄັດຂ້ອງ.

ສຳຮັບທ່ານ ສິດ ທີ່ມີແມ່ຢູ່ສະຖານທີ່ດູແລະຄົນແກ່ຊະຣາ ປາກົດວ່າທ່ານແລະແມ່ບໍ່ມີບັນຫາຫຼາຍໜັກ. ໃນເຣື່ອງນີ້ທ່ານເລົ່າສູ່ຟັງວ່າການໄປຢ້ຽມຢາມແມ່ແມ່ນໄປ "ບໍ່ໄດ້ແລ້ວ. ດຽວນີ້ເຂົາມີການຕ້ອງຫ້າມ ບໍ່ໃຫ້ເຂົ້າບໍ່ໃຫ້ອອກ ນາ. ແປວ່າໂທຣສັບເອົາ. ເຂົາໃຫ້ໂທຣສັບໄດ້. ເຮັດແບບ ອັນ Zoom . ແບບ electronic  ແບບ Skype. ເຂົາຕັ້ງໃຫ້ ໃຫ້ລົມກັນທາງ video conferencing " ເອົາ.

ໃນດ້ານອາຫານການກິນຂອງຜູ້ເປັນແມ່ນນັ້ນເຖິງແມ່ນວ່າຈະຖຶກບໍການຈາກສະຖານດູແລນັ້ນເຕັມສ່ວຍແລະສົມບຸນດີກໍຕາມ ແມ່ນການນຳເອົາອາຫານບາງຢ່າງໄປຕ້ອນເພີ່ນ ທ່ານຊີ້ແຈງວ່າແມ່ນຫຍັງກຕາມ "ແມ່ນກະຕ້ອງແຈ້ງວ່າແມ່ນຂອງກິນແບບໃດ. ກວດເບິ່ງກ່ອນ ຄັນແມ່ນຂອງກິນແບບລາບຂອງເຮົານັ້ນ ເຂົາກະບໍ່ໃຫ້ (ເອົາເຂົ້າໄປ). ມັນຕ້ອງແມ່ນສິ່ງງ່າຍໆ ແບບ fish and chips ບໍ້ ອາຫານແບບງ່າຍໆ ໜາກໄມ້ບໍ້!".

 

ນະທີ່ ມີຂໍ້ມູນເປັນຫຼາຍກ່ວາ 60 ພາສາໄວ້ບໍ່ຣິການ ແລະຢູ່ນະທີ່ Covid-19 vaccine in your language ກໍມີຂໍ້ມູນກຽວກັບ ໂຄວິດ-19 ດ້ວຍ.

 

ສຳຮັບການສຳພາກທ່ານ ສິດ ສຸກສວັດ ກ່ຽວກັບສະຖານະພາຍ-ນະການ ໂຄວິດ-19 ໃນຂົງແຄ້ວນຊິດນີແລ້ວ ກະຣຸນາກົດຟັງໄດ້ນະທີ:


Share
Published 2 September 2021 7:06pm
Updated 3 September 2021 8:32pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends