ເຮັດແນວໃດໜຸ່ມລາວອອສເຕຼລຽນຈຶ່ງສຳເຣັດໃນດ້ານທຸຣະກິດໄດ້?

Dr. Ponsinh Toto Butkaska (ປອ. ພອນສິນ ໂຕໂຕ ບຸສກັສກາ)

Dr. Ponsinh Toto Butkaska (ປອ. ພອນສິນ ໂຕໂຕ ບຸສກັສກາ) Source: Dr. Ponsinh Toto Butkaska (ປອ. ພອນສິນ ໂຕໂຕ ບຸສກັສກາ)

ລາວໜຸ່ມນ້ອຍໃນອອສເຕຼເລັຍເຣັດແນວໃດຈຶ່ງສຳເຣັດຢ່າງສູງສົງໃນດ້ານທຸຣະກິດຢູ່ໃນຕ່າງປະເທດ?

 

ອີງຕາມ Australian Trade and Investment Commission ປະເທດສາທານະລັດປະຊາທີປະໄຕປະຊາຊົນລາວເປັນປະເທດສັງຄົມນິຍົມ ຄອມມຸນນິສຕ໌ ແລະເປັນປະເທດນຶ່ງດຽວຂອງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ທີ່ບໍ່ມີທະເລ ແລະມີການຄ້າການຂາຍອັນສຳຄັນກັບປະເທດໄທຍ໌, ສປຈີນ, ແລະວຽດນາມ.

ຕັ້ງແຕ່ວັນທີ 19 ມີນາ 1976 ເປັນຕົ້ນມາ.

ອີງຕາມກະຊວງ Home Affairs ຂອງ Australia ມີຄົນລາວມາຢູ່ໃນອອສເຕຼເລັຍ ທີໃນຫວ່າງນຶ່ງກ່ອນນີ້ມີຢູ່ປະມານ 10ພັນປາຍ ຄົນ.

ພວກເຫຼົ່າໜີມາພາຍຫຼັງ ແຜ່ນດິນລາວມີການປົກຄອງໂດຍຣະບບອບຄອມມຸນນິສຕ໌ຂຶ້ນໃນສະໃໜ 70.

ອີງຕາມນະໂຍບາຍຂອງອອສເຕຼເລັຍໃນທ້າຍສະໄໜ​ 70 ກົກເຄົ້າຂອງຄົນນລາວໃນອອສເຕຼເລັຍແມ່ນມູນເຊື້ອອົພຍົກຜ່ານໂຄງການເຕົ້າໂຮມຄອບຄົວແລະມະນຸສທັມອອສເຕຼເລັຍ.

ຈາກຄົນລາວປະມານ 10ພັນປາຍ ໃນອອສເຕຼເລັຍນັ້ນ ມີທ່ານ ປອ ພອນສິນ ໂຕໂຕ ບູດກັສກາ ທີເລີດລ້ຳໃນການດຳລົງຊີວິດຈາກມືເປົ່າຕີນເປົ່າ.

 

ທ່ານ ປອ. ພອນສິນ ກັບພໍ່ແມ່ອົພຍົບມາຢູ່ອອສເຕຼເລັຍໃນສະໃໜ 80 ເມື່ອທ່ານມີອາຍຸພຽງແຕ່ 3 ຂວບເທົ່ານັ້ນ.

ກ່ຽວກັບການສຶກສາຂອງທ່ານ ທີ່ຕາມຫຼັງມາເປັນພື້ນຖານໃນດ້ານຄວາມສຳເຣັດໃນດ້ານຄ້າຂອງທ່ານ ທ່ານບອກວ່າທ່ານໄດ້ "ປິນຍາຕີໃນດ້ານວິທຍາສາດຢູ່ມະຫາວິທຍາລັຍນີວຊາວແວນລ໌" ແລະໄດ້ປິນຍາດ້ານບໍຣິຫານດ້ານທຸຣະກິດໃນຂັ້ນ "ປິນຍາໂທແລະເອກຢູ່ໄທຍ໌".

 

ສິ່ງນຶ່ງອີກທີ່ສຳຄັນແມ່ນທ່ານ ປອ ພອນສິນ ມີຄວາມສຳເຮັດສຳເຣັດມາກມາຍໃນດ້ານທຸຣະກິດການຄ້າໂດຍນ້ຳມືຂອງທ່ານເອງ ລ້ວນໆ.

ກ່ຽວກັບເຣື່ອງນີ້ທ່ານ ປອ. ພອນສິນ ໂຕໂຕ ບຸດກັສກາ ເຫຼົ່າສູ່ຟັງວ່າມັນແມ່ນການ "ເຊື້ອໜັນໃນຕລາດວ່າຄັນເຮົາມີຫັຍງອອກມາ ຄືມີການສ້າງຝັນໃຫ້ກັບຄົນ ຂະເຈົ້າກໍ່ເຊື່ອ ເພາະວ່າຄັນເຮົາເອົາແຕ່ຣາຄາເປັນຢ່າງດຽວ ຫັນນະ ມັນກະບໍ່ມີການສ້າງຝັນ. ເຮົາກະເລີຍອອກການຕລາດເພື່ອທີ່ໃຫ້ທຸກຄົນ ຫັນນະ ມີຄວາມຮຸ້ສຶກວ່າ ໃສ່ແລ້ວເຮົາຈະໄດ້ຄວາມຮູ້ສຶກແບບ ດີຂຶ້ນ ງາມຂຶ້ນ ເກ່ງຂຶ້ນ ລໍ່ຂຶ້ນ", ວ່າຊັ້ນ! ແລະທ່ານກໍເນັ້ນອີກວ່າເຮົາຕ້ອງເຂົ້າຈິດເຂົ້າໃຈ "ຈຸດຂອງຄົນ ເຮົາຕ້ອງເຂົ້າໃນຈິຕວິທຍາຂອງຄົນ".

ໃນກິຈການທຸຣະກິດຂອງທ່ານ ປອ ພອນສິນ ທ່ານກໍເປັນໂຕແທນນຳເຂົ້າປະເທດໄທຍ໌, ເພື່ອຈຳໜ່າຍໃນໄທຍ໌ແລະ ສປປລາວ, ສິນຄ້າຈາກອອສເຕຼເລັຍ ສະຫະຣັດອະເມຣິກາ ແລະຍີ່ປຸນ ທີ່ທ່ານເລົ່າໃຫຮູ້ວ່າ "ມັນແມ່ນຄຼີມບຳລຸງຜີວໜັງອອສເຕຼເລັຍ"... ອະເມຣິກາ... ແລະຍີ່ປຸນ".

ສິ່ງນຶ່ງອີກ ຈາກຫຼາຍຢ່າງ ທີ່ພາໃຫ້ທ່ານສຳເຮັດໃນດ້ານທຸຣະກິດ ແມ່ນທີ່ອ່ານມອງເຫັນຈຸດຂາດຕົກບົກຜ່ອງໃນສິນຄ້າທີ່ທານບໍຣິຫານ.

ໃນແງ່ນີ້ທ່ານອະທິບາຍວ່າ "ບາງຢ່າງຫັນນະ ສົ້ງລີວາຍສ໌ ໃນປະເທດໄທຍ໌ບໍ່ໄດ້ເຈາະຕອບໂຈດທຸກຄົນ ມັນກໍຈະມີທ້ອງໂຫວ້ໃນຕລາດ" ແລະຕ້ອງມີການປ່ຽນແປງໃຫ້ຖຶກໃຈກັບລູກຄ້າທັງຫຼາຍ.

ທ່ານ ປອ ພອນສິນ ກໍຄ້າຂາຍເຂົ້າໄປໃນ ສປປລວ ຈາກປະເທດໄທຍ໌ ທີ່ທ່ານບອກໃຫ້ຊາບວ່າແມ່ນບໍຣິສັດ "ຣີເບີດໄທຍ໌ແລນດ໌" ທີນຳເຂົ້າສິນຄ້າຕ່າງປະເທດ.

 

ໃນດ້ານພາສາລາວແລ້ວທ່ານກໍປາດເວົ້າໄດ້ີດີ ແລະອ່ານໄດ້ຂຽນເປັນ ພາສາໄທຍ໌ດ້ວຍ ທີ່ທານບອກວ່າ "ແມ່ເອົາໂຕອັກສອນລາວໃຫ້ໄປຝຶກອ່ານ ລະກະໄປຝຶກໄປອ່ານເອງ" ຫຼັງຈາກນັ້ນແມ່ຂອງທ່ານບອກໃຫ້ທ່ານຮູ້ວ່າພາສາໄທຍ໌ກະບໍ່ຍາກແລະແມ່ບອກໃຫ້ "ລອງຟັງເພງ ລະຕາມເນື້ອເພງ ມັນກະໄດ້ຕາມນັ້ນ".

 

ໃນເວລານີ້ທ່ານ ປອ. ພອນສິນ ມີຄວາມກ້າວໜ້າແລະສຳເຣັດໃນດ້ານທຸຣະກິດຂອງທ່ານແລະກຳລັງຂຍາຽມັນເຂົ້າໄປໃນ ສປປລາວ ຢ່າງໄດ້ຜົນຈາກຖານທີ່ກໍສ້າງຂຶ້ນໄວ້ໃນປະເທດໄທຍ໌.

 

ລາຍຣະອຽດຕ່າງໆກ່ຽວກັບຄວາມສຳເຣັດຂອງທ່ານ ປອ. ພອນສິນ ໂຕໂຕ ບຸດກັສກາ ໃນດ້ານນາໆທຸຣະກິດໃນໄທຍ໌ແລະ ສປປລາວ ແມ່ນກົດຟັງໄດ້ນະທີ :

ແລະ


Share
Published 5 August 2021 8:05pm
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends