ປັບໃຫ້ທັນການ ໂຄວິດ-19 : ຣັດຕ່າງໆດັນໃຫ້ມີເປົ້າການສັກຢາວັກຊີນ ໂຄວິດ-19

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບວັນທີ 13 ສິງຫາ 2021.

Victorian Premier Daniel Andrews addresses the media during a press conference in Melbourne, Friday, August 13, 2021

Victorian Premier Daniel Andrews addresses the media during a press conference in Melbourne, Friday, August 13, 2021. Source: AAP Image/James Ross

* ຄົນເຕັມກະສຽນທີ່ໜຸ່ມນ້ອຍເປັນຈຳນວນຫຼາຍທີ່ສຸດຂອງຄົນທີ່ເປັນໂຄວິດໃນຣັດນີວຊາວທ໌ແວນລ໌
* ວິກຕໍເລັຍຈະສັກຢາວັກຊີນໂຄວິດໃຫ້ນຶ່ງລ້ານຄົນພາຍໃນຫ້າສັບປະດາ
* ເອຊີທີມີຄົນເປັນໂຄວິດຈາກທ້ອງຖິ່ນເອງສອງຄົນ
* ຄົນທີໄປຮອດຄີວນສ໌ແລນດ໌ຈາກເອຊີທີຈຳຕ້ອງ quarantine.

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົຄໃໜ່ 390 ຄົນເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍສອງຄົນ. ເປັນຢ່າງໜ້ອຍ 60 ກໍຣະນີຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.

ສ່ວນຫຼາຍຂອງກໍຣະນີທີ່ເປັນ 25 ຄົນແມ່ນຢູ່ Dubbo ແລະ Walgett ຖຶກກວດເຫັນໃນຄົນ Aboriginal ຮວມດ້ວຍເດັກໆ.

Dr Maryanne Gale ທີສາທາຣະນະສຸກນີວຊາວທ໌ແວນລ໌ເວົ້າວ່າໃນສອງສັບປະດາທີ່ຜ່ານມາຜູ້ເຕັມກະສຽນທີ່ໜຸ່ມນ້ອຍ ອາຍຸ 20 - ​29 ປີ ຢູ່ໃນຈຳນວນທີ່ຖຶກແຕະຕ້ອງທີ່ສຸດໂດຍ ໂຄວິດ-19 ແລະຮຽກຮ້ອງໃຫ້ທຸກໆຄົນຈົ່ງອອກມາໃຫ້ສັກຢາວັກຊີນໂຄວິດໂດຍຮີບດ່ວນ.

ໃຫ້ຊອກເບິ່ງລາຍຊື່ສູນກາງສັກຢາວັກຊີນໂດຍກົດໃສ່ .

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນໃໜ່ 15 ຄົນເປັນໂຄວິດຈາກທ້ອງຖິ່ນເອງ ທີ່ສີ່ຄົນບໍ່ມີສາຍພົວພັນເຖິງການຣະບາດທີ່ຮູ້ແລ້ວ.

ນາຍົກຣັຖມົນຕີ Daniel Andrews ເວົ້າວ່າຢາວັກຊີນ ໂຄວິດ-19 ຍີ່ຫໍ້ AstraZeneca ຈະມີໄວ້ບໍຣິການແກ່ທຸກຄົນທີ່ແກ່ກ່ວາ 18 ປີ ຢູ່ນະທີ່ສູນກາງສັກຢາວັກຊີນທີ່ຖຶກຄວບຄຸມໂດຍວິກຕໍເຣັຍ ແລະຊີ້ແຈງວ່າຣັຖບານວິກຕໍເຣັຍຢາກໃຫ້ນຶ່ງລ້ານຄົນຖຶກສັກຢາວັກຊີນໃຫ້ໃນຣະຍະຫ້າສັບປະດາຂ້າງໜ້າ.

ໃຫ້ຊອກເບິ່ງລາຍຊື່ສູນກາງສັກຢາວັກຊີນໂດຍກົດໃສ່  

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* ຄີວນສ໌ແລນດ໌ມີຄົນໃໜ່ເຈັດຄົນເປັນໂຄວິດຈາກທ້ອງຖິ່ນເອງ. ຈາກແຕ່ວັນເສົາ ທີ 14 ສິງຫາ ທຸກຄົນທີ່ໄປເຖິງຄີວນສ໌ແລນດ໌ຈາກ ເອຊີທີ ຈຳຕ້ອງເຂົ້າ hotel quarantine.
* ທາງການເອຊີທີຢັ້ງຢືນວ່າມີ 3,000 close contacts ແລະມີທັງໜົດຫົກລາຍທີເປັນກໍຣະນີທີ່ຕິດແປດກັນໂດ້ຢູ່.
* ທຸຣະກິດຕັສມາເນັຍທີ່ຖຶກແຕະຕ້ອງຍ້ອນການປິດຊາຍແດນຕ່າງໆແລະລ໋ອກດາວຢູ່ໃນຣັດອື່ນໆສາມາດຮ້ອງຂໍເອົາ hardship grants ຈາກແຕ່ວັນທີ 17 ສິງຫາ 2021.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 13 August 2021 2:58pm
Updated 12 August 2022 3:06pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends