ອັບເດດ ໂຄວິດ-19 : ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ

ນີ້ແມ່ນອັບເດດກຽວກັບໂຄໂຣນາໄວຣັສ໌ໃນອອສເຕຼເລັຍຂອງວັນີທ 1 ສິງຫາ 2021 ສຳຮັບທ່ານ.

Dr Jeannette Young, afisa mkuu wa afya wa Queensland azungumza na waandishi wa habari mjini Brisbane, Jumapili, 1 Agosti, 2021

Dr Jeannette Young, afisa mkuu wa afya wa Queensland azungumza na waandishi wa habari mjini Brisbane, Jumapili, 1 Agosti, 2021 Source: AAP Image/Jason O'Brien

* ທາງການນີວຊາວແວນລ໌ດັນໃຫ້ມີຈຳນວນຄົນຖຶກສັກຢາວັນຊີນ ໂຄວິດ-19 ໃຫ້ໄດ້ເຖິງ 80%
* ຈຳນວນຄົນເປັນ ແດນຕາ ທັງໜົດໃນຄີວນສ໌ແລນດ໌ມີ 18 ຄົນ
* ກໍຣະນີໃໜ່ສີ່ຄົນທີ່ເປັນ ໂຄວິດ-19 ໃນວິກຕໍເຣັຍມີສາຍພົວພັນເຖິງການແຜ່ຣະບາດທີ່ມີຢູ່ແລ້ວ
* ຫຼາຍກ່ວາ 40% ຂອງຄົນອອສເຕຼເລັຍທີ່ແກ່ກ່ວາ 16 ປີຖຶກສັກຢາວັກຊິນ ໂຄວິດ-19 ເຂັມທຳອິດໃຫ້ໄປແລ້ວ.

 

ໃນຣັດນີວຊາວແວນລ໌

ນີວຊາວແວນລ໌ມີ 239 ຄົນເປັນ ໂຄວິດ-19 ຈາກການຕິດແປດໃນທ້ອງຖິ່ນໂດຍທີ່ມີເປັນຢ່າງໜ້ອຍ 61 ລາຍທີ່ເປັນ ໂຄວິດ-19ຢູ່ ຢູ່ໃນຊຸມຊົນເປັນບາງຄັ້ງຫຼືເຕັມສ່ວນຂອງການກຳລັງເປັນມັນຢູ່. ຫຼາຍກ່ວາເຄີ່ງນຶ່ງຂອງກໍຣະນີໃໜ່ ມີການຮູ້ເຖິງບໍ່ເກີດຂອງການຕິດແປດກັນ.

Dr Jeremy McAnulty ຜູ້ນຳພະນັກງານສາທາຣະນະສຸກນີວຊາວແວນລ໌ເວົ້າວ່າຈາກ 54 ຄົນໃນການດູແລປິ່ນປົວຢ່າງໜັກໜ່ວງ 49 ຄົນບໍ່ຖຶກສັກຢາວັກຊີນ ໂຄວິດ-19.

ນາຍົກ Gladys Berejiklian ຢັ້ງຢືນວ່າຣັຖບານນີວຊາວແວນລ໌ຈະຮັບເອົາຈຸດປະສົງຂອງຄະນະຣັຖບານແຫ່ງຊາດສຳຮັບການສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຣະຫວ່າງ 70 ຫາ 80% ຂອງພົນລະເມືອງທີ່ເຕັມກະສຽນ.

ໃຫ້ກົດເບິ່ງລາຍຊື່ຄຼີນິກການສັກຢາວັກຊີນ  .

 

ໃນຣັດຄີວນສ໌ແລນດ໌

ຄີວນສ໌ແລນດ໌ມີເກົ້າຄົນໃໜ່ເປັນ ໂຄວິດ-19 ຈາກການຕິດແປດໃນທ້ອງຖິນ, ທີ່ເປັນຈຳນວນຫຼາຍທີ່ສຸດຂອງກໍຣະນີຊຸມຊົນທີ່ເປັນໃນຣະຍະປີນຶ່ງ.

 Dr Jeanette Young ຜູ້ນຳພະນັກງານສາທາຣະນະສຸກຄີວນສ໌ແລນດ໌ເວົ້າວ່າ, "ກໍຣະນີຕ່າງໆທະວີຂຶ້ນຢ່າງວາອງໄວ" ແລະຍານາງຮຽກຮ້ອງສະມາຊິກຂອງຊຸມຊົນຈົ່ງໄປໃຫ້ກວດເບິ່ງ.

ເຂດການປົກຄອງທ້ອງຖິ່ນສິບເອດແຫ່ງໃນ South East Queensland ຢູ່ໃນລ໋ອກດາວສາມມື້ແລະບັດນີ້ຖຶກພິຈາຣະນາວ່າເປັນເຂດຮ້ອນວົນແຫ່ງຊາດ national hotspots, ທີ່ມີສິດໄດ້ຮັບການຊ່ວຍເຫຼືອໃນດ້ານການເງິນ.

ໃຫ້ກົດ  ເບິ່ງລາຍຊື່ບອນເປັນ ໂຄວິດ-19.

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ອີກໃໜ່ສີ່ຄົນຈາກການຕິດແປດໃນທ້ອງຖິ່ນ ທີ່ທຸກລາຍມີສາຍພົວພັນເຖິງການແຜ່ຣະບາດທີ່ມີຢູ່ແລ້ວແລະທຸກຄົນຢູ່ໃນ quarantine ເມື່ອຕິດແປດຄົນອື່ນໄດ້ຢູ່.
* ໂຕເລກໃໜ່ສະແດງໃຫ້ເຫັນວ່າຫຼາຍກ່ວາ 40% ຂອງຄົນອອສເຕຼເລັຍທີ່ແກ່ກ່ວາ 16 ປີ ບັດນີ້ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີນຶ່ງແລ້ວ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 1 August 2021 6:18pm
Updated 1 August 2021 6:48pm
By SBS/ALC Content
Source: SBS


Share this with family and friends