ອັບເດດ ໂຄວິດ-19​: ນີວຊາວທ໌ແວນລ໌ມີຈຳນວນ "ໜ້າວິຕົກນຳ" ເມື່ອແມນລ໌ເບິນບັນຍັດ ເຄີຟີວ ແລະຕໍ່ອອກລ໋ອກດາວ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍສຳຮັບ 16 ສິງຫາ 2021.

Bondi Beach in Sydney, Monday, August 16, 2021.

Sydney'de kurallara uymayan yüzlerce kişiye para cezası kesildi. Source: AAP Image/Bianca De Marchi

* ມີເບັ້ຽຄ້ຳຈູນໃໜ່ໃນຣັດນີວຊາວທ໌ແວນລ໌

* ແມນລ໌ເບິນລ໋ອກດາວຖຶກຕໍ່ອອກສອງສັບປະດາ

* ຫຼາຍສ່ວນຂອງນອກເທີນເທຣິຕໍຣີຖຶກລ໋ອກດາວ

*ມີຄົນໃໜ່ສິບເກົ້າຄົນເປັນໂຄວິດໃນເອຊີທີແລະສູນຄົນໃນຄີວນສ໌ແລນດ໌

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນເປັນຄົນວິດໃໜ່ 478 ຄົນຈາກທ້ອງຖິ່ນເອງແລະຕາຍເຈັດຄົນທີ່ແມ່ນກ່ຽວກັບໂຄວິດ ທີ່ລາຍນຶ່ງບໍ່ຖຶກສັກຢາວັກຊີນໂຄວິດ.

ເບັ້ຍການກວດແລະແຍກໂຕ ຄື  $320 ມີໃຫ້ຄົນທີ່ເຮັດວຽກເຮັດການອາຍຸ 17 ປີແລະທີ່ແກ່ກ່ວາທີ່ເປັນວີ້ແວວຂອງອາການ ໂຄວິດ-19 ແລະຢູ່ກິນຢູ່ໃນເຂດທີ່ເປັນຫ່ວງນຳ.

ຄົນທີ່ຖີວີຊາຊົ່ວຄາວແລະອື່ນໆທີ່ບໍ່ມີສິດໄດ້ເງິນການຄ້ຳຈູນອື່ນໆ ບັດນີ້ ສາມາດຢື້ເຖິງເບັ້ຍຄວາມຍາກຊາໃໜ່ $400 ຄື   ຜ່ານກາແດງ.

ຢາ Pfizer ເພີ້ມ 530,000 ໂດສ໌ ຈະມີບໍຣິການສຳຮັບ 12 ເຂດຂອງການປົກຄອງທ້ອງຖິນຂອງຊິດນີທີຖຶກແຕະຕ້ອງຢ່າງຮ້າຍແຮງ ຄື  ທີ່ຄົນທີ່ຢູ່ກິນໃນນັ້ນທີ່ມີອາຍຸຣະຫວ່າງ 20 ແລະ 39 ປີຈະຢູ່ໃນຣະດັບສຳຄັນສຳຮັບການສັກຢາວັກຊີນໃນສັບປະດານີ້.

ໃຫ້ຈອງທີ່ຂອງທ່ານໂດດກົດໃສ່ .

 

ໃນຣັກວິກຕໍເຣັຍ

ວິກຕໍເຣັຍມີຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ 22​ ຄົນ ທີ່ຫ້າຄົນບໍ່ມີສາຍພົວພັນເຖິງບ່ອຍທີ່ເປັນທີ່ຮູ້ແລ້ວ.

ແປດລາຍຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.

ແມນລ໌ເບິນລ໋ອກດາວຖຶກຕໍ່ອອກຈົນຮອດ 11 ມ 59 ນທ ຂອງວັນພະຫັດ ທີ 2 ກັນຍາ 2021 ໂດຍມີກົດເກນເພີ້ມໃສ່ນຳ ຮວມດ້ວຍມີ ເຄີຟີວ ຈາກແຕ່ 9 ໂມງຄ່ຳ ຂອງຄື້ນນີ້ເປັນຕົ້ນໄປ.ໃຫ້ຊອກເບິ່ງກົດເກນເພີ້ມໂດຍກົດໃສ່ .


ໃຫ້ຊອກເບິ່ງສູນກາງສັກຢາວັກຊີນໂດຍກົດໃສ່ 

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* ຂົງແຄ້ວນດາກ໌ວິນ Greater Darwin ແລະຂົງເຂດ Katherine ຖຶກລ໋ອກດາວຢ່າງກະທັນຫັນສຳຮັບ 72 ຊົ່ວໂມງໃນເວລາທ່ຽງວັນຂອງເວລາທ້ອງຖິ່ນພາຍຫຼັງລາຍນຶ່ງຖຶກຮູ້ເຫັນເປັນໂຄວິດຢູ່ໃນຊຸມຊົນ.
* ເອຊີທີມີຄົນໃໜ່ 19 ຄົນເປັນ ໂຄວິດ ຈາກທ້ອງຖິ່ນເອງແລະຕໍ່ຫຼລ໋ອກດາວອອກສອງສັບປະດາ.

 

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 
ALC Covid Mental Health Lao (ALC)
ALC Covid Mental Health Lao (ALC) Source: ALC

Share
Published 16 August 2021 3:09pm
Updated 16 August 2021 3:48pm
By SBS/ALC Content
Source: SBS


Share this with family and friends