ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ມີກໍຣະນີໂຄວິດມາກມາຍ, ວິກຕໍເຣັຍເຖິງເປົ້າການສັກຢາວັກຊີນໄວກ່ວາຄາດຫວັງ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ໜວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 4 ກັນຍາ 2021.

NSW Police and Australian Defence Force personnel at Olympic Park, Sydney

Source: AAP/Dan Himbrechts

* ນີວຊາວທ໌ແວນລ໌ລາຍງານວ່າມີກໍຣະນິ ໂຄວິດ-19 ມາກມາຍເປັນປະຫວັດການ
* ວິກຕໍເຣັຍມີຄົນເປັນໂຄວິດ 190 ລາຍເມື່ອເລັ່ງລັດການສັກຢາວັກຊີນໂຄວິດ
* ເອຊີທີມີຄົນຖຶກສັກຢາວັກຊີນໂຄວິດເຂັມທີນຶ່ງເຖິງ 70% ໃນທ້າຍສັບປະດານີ້
* ຊາວທ໌ອອສເຕຼເລັຍບົ່ງຮ້ານດຶ່ມສຸຣາ pub ສອງແຫ່ງເປັນບ່ອນສ່ຽງຂັ້ນ Tier 1

 

ໃນຣັດນີວຊາວທ໌ແວນບ໌

ນີວຊາວທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1533 ລາຍ ແລະຕາຍສີ່ຄົນ ໂດຍມີຄົນທີ່ເປັນໂຄວິດ 173 ຄົນຢູ່ໃນພະແນກການດູແລຢ່າງໜັກໜ່ວງແລະ 62 ຄົນໃສ່ປອດທຽມ.

Brad Hazzard ຣັຖມົນຕີສາທາຣະນະສຸກເວົ້າວ່າ 72% ຂອງຄົນທີ່ຢູ່ກິນຢູ່ໃນນີວຊາວທ໌ແວນລ໌ທີ່ມີສິດຖຶກສັກວັກຊີນໂຄວິດໃຫ້ ບັດນີ້ຖຶກສັກເຂັມທີນຶ່ງໃຫ້ແລ້ວ ແລະມີຄົນທີ່ຖຶກສັກເຕັມສ່ວນແລ້ວຫຼຸດ 40% ໜ້ອຍດຽວ. ທາງການຮຽກຮ້ອງໃຫ້ຕຳຣວດແລະພະນັກງານສຸກເສີນໃນ 12 ເຂດການປົກຄອງທ້ອງຖິ່ນທີ່ຖຶກຫ່ວງຍັຍນຳຈົ່ງໄປໃຫ້ສັກວັກຊີນນັ້ນໃນທ້າຍສັບປະດານີ້.

ໃຫ້ຈອງການໜາຍນັດສັກວັກຊີນຂອງທ່ານໃນມື້ນີ້ໂດຍກົດໃສ່ .

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 190 ລາຍ ໂດຍທີ່ 103 ຄົນມີສາຍພົວພັນເຖິງບ່ອນເປັນທີ່ຮູ້ແລ້ວ. ບ່ອນທີ່ເປັນຂອງ 87 ລາຍຍັງຢູ່ໃນການສຶບສວນຢູ່.

ເມື່ອທີ່ວິກຕໍເຣັຍຄາດວ່າຈະມີຄົນເຖິງ 70% ຖຶກສັກວັກຊີນໂຄວິດແລ້ວ ໄວກ່ວາທີ່ຄາດຫວັງ Martin Pakula ຣັຖມົນຕີວຽກເຮັດງານທຳປະກາດຂະຫຍາຽໂຄງການການຄ້ຳຈູນທຸຣະກິດ. ເພື່ອເບິ່ງໃຫ້ກົດໃສ່ 

ໃຫ້ຊອກເບິງສູນກາງສັກວັກຊີນທີ່ຢູ່ໃກ້ທ່ານໂດຍກົດໃສ່  .

 

ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ

* ຢາວັກຊີນ ໂຄວິດ-19 ຍີ່ຫໍ້ ໂມເດີນນາ Moderna ຖຶກຮັບຮູ້ແລ້ວໂດຍ Therapeutic Goods Administration ສຳຮັບເດັກໆທີ່ແກ່ກ່ວາ 12 ປີ.
* ເອຊີທີມີຄົນເປັນໂຄວິດຈາກທ້ອງຖິ່ນເອງ 32 ລາຍ ທີ່ 19 ຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.

ເອຊີທີຈະເຖິງເປົ້າການສັກວັກຊີນໂຄວິດ ເຂັມທີນຶ່ງໄດ້ 70% ໃນສັບປະດານີ້.
* ຄີວນສ໌ແລນດ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງນຶ່ງຄົນທີ່ມີອາຍຸສີ່ຂວບທີ່ຖຶກປະກາດໃນວານນີ້ແລ້ວ.

* ສາທາຣະນະສຸກຊາວທ໌ອອສເຕຼເລັຍເວົ້າວ່າຮ້ານດຶ່ມສຸຣາ pub ສອງແຫ່ງໃນພາກເໜືອຂອງ Adelaide ມີຄົນຂັບຣົດບັນທຸກຄົນນຶ່ງເຂົ້າໄປຢ້ຽມຢາມ ທີນຳຫຼັງໃມາຖຶກກວດເຫັນເປັນ ໂຄວິດ-19. ໃຜໆທີ່ໄປ pup ຕ່າງໆນັ້ນ ຄື້  ຈຳຕ້ອງແຍກໂຕ 14 ​ມື້ຮວມດ້ວຍຄົນຄົວເຮືອນທີ່ພົວພັນກັນ household contacts.

COVID-19 myths
Source: SBS


Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 
 

 

 

 

 

 


Share
Published 4 September 2021 3:00pm
Updated 4 September 2021 3:34pm
By SBS/ALC Content
Source: SBS


Share this with family and friends