ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ຕໍ່ອອກການຕ້ອງຫ້າມຊົນນະບົດ, ວິກຕໍເຣັຍບັນທຶກ 200 ມື້ລ໋ອກດາວ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບ ໂຄວິດ-19 ສຳຮັບ 19 ສິງຫາ 2021.

testing cue outside Palais Theatre

People are seen waiting in line outside of the Palais Theatre at a pop-up testing facility in St Kilda, Melbourne, Thursday, August 19, 2021. Source: AAP Image/James Ross

* ລ໋ອກດາວທີ່ຄວບຄຸມຊົນນະບົດນີວຊາວທ໌ແວນລ໌ຖຶກຕໍ່ດົນອອກນານອອກຈົນກ່ວາ 28 ສິງຫາ 2021
* ຈຳນວນຄົນເປັນໂຄວິດໃນວິກຕໍເຣັຍປູດຂຶ້ນ ສຳຮັບມື້ທີ 200 ຂອງລ໋ອກດາວໃນຣະຍະວິກິດ ໂຄວິດ-19
* ເອຊີທີມີເກົ້າລາຍທີ່ລຶກລັບ
* ຄີວນສ໌ແລນດ໌ແລະ NT ບໍ່ມີຈັກຄົນເປັນໂຄວິດຈາກທ້ອງຖິ່ນເອງ



 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີ 681ຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ ໂດຍທີ່ເປັນຢ່າງໜ້ອຍ 87 ລາຍຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່. ຊານຄົນນຶ່ງໃນວັຍ 80 ສູນເສັຍຊີວິດ ອັນເຮັດໃຫ້ກໍຣະນີການຕາຍທີ່ກ່ຽວກັບໂຄວິດທີ່ມີຢູ່ໃນຂໍ້ມູນຂອງປັດຈຸບັນຂອງການຣະບາດຂອງ ແດນຕາ ມີເປັນ 61 ຄົນ.

Gladys Berejiklian ນາຍົກຣັຖມົນຕີ ເວົ້າວ່າ Merrylands, Guildford, Auburn, Granville, Lidcombe, Greenacre aແລະ Blacktown ເປັນເຂດທີ່ສ້າງກໍຣະນີສ່ວນໃຫຍ່.

ຈາກ 82 ລາຍທີ່ຢູ່ໃນການດູແລຢ່າງໜັກໜ່ວງ 71 ຄົນບໍ່ຖຶກສັກຢາວັກຊີນໂຄວິດ. ໃຫ້ຈອງໜາຍນັດເວລາການສັກຢາວັກຊີນໂຄວິດຂອງທ່ານໃນມື້ນີ້ ໂດຍກົດໃສ່ .

 

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນໂຄວິດໃໜ່ 57 ຄົນຈາກທ້ອງຖິ່ນເອງ ທີ່ສາມລາຍບໍ່ມີສາຍພົວພັນເຖິງການຣະບາດທີ່ຮູ້ແລ້ວ.

ສິບສາມກໍຣະນີຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.

Ben Cowie ຮອງຜູ້ນຳພະນັກງານສາທາຣະນະສຸກເວົ້າວ່າການກວດເບິ່ງນ້ຳເສດຄືນໃໜ່ບອກໃຫ້ເຫັນມີພະຍາດໄວຣັສນັ້ນຢູ່ Shepparton ທີຢູ່ໃນພາກເໜືອສ່ຽງຕາເວັນອອກຂອງວິກຕໍເຣັຍແລະມີຢູ່ໃນຄຸ້ມ Ardeer ຂອງແມນລ໌ເບິ່ນ.

 

ໃນຣັດເອຊີທີ (Australian Capital Territory)

ເອຊີທີມີຄົນໃໜ່ 16 ຄົນເປັນໂຄວິດຈາກທ້ອງຖິ່ນເອງ ທີ່ຫ້າລາຍບໍ່ມີສາຍພົວພັນເຖິງການຣະບາດທີ່ຮູ້ແລ້ວ. ຈຳນວນກໍຣະນີທີ່ມີຊີວິດຊີວາຢູ່ໃນ Canberra ມີ 83 ຄົນ.

ສຳຮັບ ແຄນເບີຣາ Light rail, ສາຍຣົດເມ, ສູນກາງ early learning centre aທີ່ Turner aແລະ Belconnen general practice ບ່ອນນຶ່ງ ເປັນບ່ອນໃໜ່ທີ່ເປັນບ່ອນ close contact (ໃກ້ຊິດ) ກັບ ບ່ອນທີ່ເປັນໂຄວິດ .

ໃຫ້ກວດເບິ່ງສິດທິຂອງທ່ານສຳຮັບການສັກຢາວັກຊີນ ໂຄວິດ-19​ .

 

ໃນ 24 ຊົ່ວໂມງທົ່ວອອສເຕຼເລັຍ

* ລ໋ອກດາວໃນ Greater Darwin (ຂົງແຄ້ວນດາວິນ) ຖຶກຍົກເລີກແຕ່ກົດເກນບາງຢ່າງຍັງຖຶກບັນຍັດຢູ່ ໃຫ້ເບິ່ງໂດຍກົດໃສ່ .
* ລ໋ອກດາວທີ່ Katherine ຖຶກຕໍ່ອອກຈົນກ່ວາ 12 ໂມງທ່ຽງ ຂອງວັນສຸກທີ່ 20 ສິງຫາ 2021.
* ນາຍົກ Annastacia Palaszczuk ຮຽກເອົາເອົາທະຫານມາຕິດຕັ້ງໃສ່ຊາຍແດນຄີວນສຸແລນດ໌-ນີວຊາວທ໌ແວນລ໌.

alc covid mental health
Source: ALC


Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 
 

  

 

 

 

 

  

 


Share
Published 19 August 2021 6:59pm
Updated 12 August 2022 2:59pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends