ອັບເດດ ໂຄວິ-19 : ນີວຊາວທ໌ແວນລ໌ປະກາດລ໋ອກດາວໃ່ສ່ ຮັນເຕີ ວານເລ.

ນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບ ໂຄວິດ-19 ສຳຮັບ 05 ສິງຫາ 2021.

Newcastle residents are tested at a drive through collection centre in Adamstown, Newcastle,

Newcastle residents are tested at a drive through collection centre in Adamstown, Newcastle, Thursday, August 5, 2021. Source: AAP Image/Darren Pateman

* ຂົງເຂດຮັນເຕີວານເລລ໋ອກດາວຈາກແຕ່ 5 ໂມງແລງ ຂອງມື້ນີ້ໄປ
* ທຸກກໍຣະນີໃໜ່ຂອງຄີວນສ໌ແລນດ໌ມີສາຍພົວພັນກັບບ່ອນທີ່ເປັນຢູ່
* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ຢ່າງລຶກລັບແລະມີກໍຣະນີໃໜ່
* ນາຍົກອອສເຕຼເລັຍອອສເຕຼເລັຍຢັ້ງຢືນໃຫ້ ຟາຍເຊີ ເພີ້ມແກ່ນີວຊາວທ໌ແວນລ໌.

 

ໃນຣັກນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິນເອງ 262 ຄົນ

ແລະມີຕາຍຫ້າຄົນ . ສີ່ຄົນທີ່ຕາຍບໍ່ຖຶກສັກຢາວັກຊີນໂຄວິດ ເມື່ອທີ່ຄົນ

ທີຫ້າທີ່ຕາຍນັ້ນຖຶກສັກຢານັ້ນໃຫ້ໂດສ໌ດຽວ.

ການຕ້ອງຫ້າມໃໜ່ຈະຖຶກບັນຢັດໃສ່ Newcastle, Lake Macquarie, Maitland, Port Stephens, Singleton, Dungog, Muswellbrook ແລະ Cessnock ຈາກແຕ່ 5 ໂມງແລງຂອງມື້ນີ້ຈົນຮອດ 12 ມ 01 ນທ ຕອນເຊົ້າຂອງວັນທີ່ 13 ສິງຫາ 2021.

Dr Kerry Chant ຜູ້ນຳພະນັກງານສາທາຣະນະສຸກນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນຂອງ Armidale ແລະ Dubbo ຈົ່ງໄປໃຫ້ກວດເບິ່ງຍ້ອນຣະດັບຈະນວນ ໂຄວິດ-19 ໃນຣະບົບນ້ຳເສດມີທະວີຂຶ້ນ.

ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃຫ້ຊອກເບິ່ງລາຍຊືຄຼີນິກການກວດໂດຍກົດໃສ່  .

 

ໃນຣັດຄີວນສ໌ແລນດ໌

ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນເອງໃໜ່ 16 ຄົນ ທີ່ທຸກກໍຣະນີມີສາຍພົວພັບບ່ອນທີ່ເປັນຢູ່ແລ້ວ.

Steven Miles ຮອງນາຍົກຄີວນສ໌ແລນດ໌ເວົ້າວ່າ 12 ກໍຣະນີໃໜ່ທີ່ບິຼສເບນນັ້ນແຍກໂຕຢູ່ສຳຮັບເວລາທີ່ເປັນພະຍາດນັ້ນຢູ່. ໂດຍທີ່ທີ 79 ລາຍຢູ່  ການຍຸຕິລ໋ອກດາວໃນວັນທີ 8 ສິງຫາ 2021 ຍັງເປັນທີ່ບໍ່ແນ່ນອນຢູ່.

ໃຫ້ຊອກເບິ່ງຂໍ້ມູນຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານ ໂດຍກົດໃສ່ .

 

ໃນ 24 ຊົ່ວໂມງຫຼາສຸດທົ່ວອອສເຕຼເລັຍ

* ວິກຕໍເຣັຍມີຫົກຄົນເປັນ ໂຄວິດ-19 ຈາກກການຕິດແປດໃນທ້ອງຖິ່ນ ຮວມດ້ວຍນາຍຄູນາງນຶ່ງຂອງແມນລ໌ເບີນທີ່ຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່. ກໍຣະນີຂອງຜູ້ກ່ຽວຢູ່ພາຍໃຕ້ການສືບສວນຢູ່.
* ນາຍົກຣັຖມົນຕີ Scott Morrison ຢັ້ງຢືນວ່ານີວຊາວທ໌ແວນລ໌ຈະໄດ້ຮັບຢາວັກຊີນ ໂຄວິດ-1ຊ ຟາຍເຊີ ເພີມ 180,000 ໂດສ໌ໃນສັບປະດາ 16 ສິງຫານີ້.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT  ແລະ 
NT ແລະ 
QLD ແລະ 
SA ແລະ 
TAS ແລະ 
WA ແລະ 

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່   ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ .

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ 

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  .

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

 
 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

 
 

Share
Published 5 August 2021 3:26pm
Updated 12 August 2022 3:06pm
By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS


Share this with family and friends