ໂຄໂຣນາໄວຣັສ ສະຫຼາດຂຶ້ນ : ທ່ານຖຶກສັກຢາກັນ ໂຄວິດ-19 ແຫຼະ?

A mass vaccination hub at the Royal Exhibition Building in Melbourne, April 21, 2021 (AAP Image - Luis Ascui)

A mass vaccination hub at the Royal Exhibition Building in Melbourne, April 21, 2021 (AAP Image - Luis Ascui) Source: AAP Image - Luis Ascu)

ການສຳພາດ : ທ່ານ ບຸນທັມ ວົງໄຊຍ໌ຍາ, ປະທານສະມາຄົມສົ່ງເສີມຊຸມຊົນລາວ ຣັດນີວຊາວແວນລ໌ (ສສຊລ).

 

ສະຖານະພາບນະການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍ ໂດຍສະເພາະໃນຣັດນີວຊາວທ໌ແວນລ໌ ແມ່ນໜັກເມືອໜ້າຢູ່.

ນີ້ໄດ້ພາໃຫ້ນາຍົກຣັຖມົນຕີນີວຊາວທ໌ແວນລ໌, ອອສເຕຼເລັຍແລະຣັດອື່ນໆ ຮຽກຮ້ອງຕ້ອງການໃຫ້ທຸກຄົນຈົ່ງໄປໃຫ້ສັກຢາວັກຊີນກັນ ໂຄໂຣນາໄວຣັສ ໄວ້.

 

ໂດຍອີງຕາມ "ອາວເອີໂວນດ໌ດາຕາ" ເຖິງຄາວຫວ່າງບໍ່ນານແລ້ວນີ້ ປາກົດວ່າຈຳນວນຄົນໃນອອສເຕຼເລັຍປະມານ 13 ລ້ານ 7 ແສນຄົນ ຖຶກສັກວັກຊີນໂຄວິດໃຫ້ໄປແລ້ວ ໂດຍທີ່ຖຶກສັກເຂັມສອງໃຫ້ໄປແລ້ວມີເຖິງ 4 ລ້ານ 6 ແສນຄົນ 10 ພັນຄົນ ອັນຕົກເປັນ 18.2% ຂອງພົນລະເມືອງອອສເຕຼເລັຍ.

ທ່ານເປັນຄົນນຶ່ງຈາກຈຳນວນດັ່ງກ່າວຫຼືບໍ່?

 

ສຳຮັບຊຸມຊົນລາວເຮົາໃນອອສເຕຼເລັຍແລ້ວ ບໍ່ຊາບວ່າຖຶກສັກໃຫ້ຈັກຄົນກັນແທ້ ແຕ່ຊາບໄດ້ວ່າລາວເຮົາມີການລັ່ງເລໃຈແດ່ທີ່ຈະໄປໃຫ້ສັກໃຫ້.

ໃນແງ່ນີ້ ທ່ານ ບຸນທັມ ວົງໄຊຍາ ປະທານ ສສຊລ ບອກໃຫ້ຮູ້ວ່າ "ກ່ອນນັ້ນກໍລັ່ງເລໃຈ ດຽວນີ້ຍັງມີຄົນລັ່ງເລໃຈຢູ່ ແຕ່ກ່ອນມັນມີຢາມາຫຼາຍ ພະຍາດຍັງບໍ່ທັນມາແຮງນັ້ນກໍ້ ບໍ່ມີໃຜຢາກໄປສັກ ຣັຖບານກະປະກາດຢູ່ຕລອດ ແລ້ວໃນຣະຍະນີ້ ເວລາພະຍາດມາແຮງຫຼາຍຄົນກະຢາກສັກ ຣັຖບານກະເລີຍມາຈັດໃຫ້ໄປສັກຢູ່ຫຼາຍບ່ອນ".

ກ່ຽວກັບວ່າເປັນຫຍັງຈຶ່ງບໍ່ໄປສັກນັ້ນ ທ່ານບຸນທັມບອກໃຫ້ຊາບວ່າ 'ສ່ວນຫຼາຍແມ່ນຢ້ານ ຟັງຂ່າວແລ້ວຢ້ານ ມີຄົນສັກແລ້ວຕາຍ".

ເຫດຜົນບາງອັນທີ່ຄັດຂ້ອງການທີ່ຄົນລາວຈະໄປໃຫ້ສັກຢານັ້ນ ທ່ານບຸນທັມກໍເຫຼົ່າສູຟັງວ່າ "ປະມານ 20 ຫາ 30% ຄົນທີ່ຢ້ານຫຼາຍ ກະແມ່ນໄປສັກແລ້ວ" -ວ່າຊັ້ນ!

 

ສິາງງນຶ່ງທີ່ທາງ ສສຊລ ມີບົດບາດໃນການກະທຳດີຕໍ່ສັງຄົມ ແມ່ນທີ ສສຊລ ໄດ້ຊົດຊ່ວຍທາງການນີວຊາວທ໌ແວນລ໌ສັກຢາວັກຊີນ ໂຄວິດ-19 ແກ່ປວງຊົນແລະເພື່ອຊົດຊ່ວຍຄົນລາວມີຄວາມສະດວກສະບາຍທີ່ຈະໄປໃຫ້ສັກຢານັ້ນດ້ວຍ.

ໃນເຣື່ອງນີ້ທ່ານເວົ້າສູ່ຟັງ່ວາ "ສຳຮັບໂດຍສະເພາະຊຸມຊົນລາວເຮົານີ້ ກະບໍ່ຢາກອອກໄປ ກະໄປຍາກແດ່ ໄປບຸກກິງບ່ອນອື່ນ ໄປຈອງ ໄປຫຍັງມັນກະຍາກ ໄປສັກຫັນກໍ້. ຍັງບໍ່ເຂົ້າໃຈພາສາແດ່ ແລ້ວທາງສະມາຄົມກະເລີຍຕິດຕໍ່ໄປຫາເຈົ້າໜ້າທີ່ວ່າ ຄັ້ນຊັ້ນມາສັກຢູ່ສູນຂ້ອຍນີ້ ຂ້ອຍສິຮ້ອງຊຸມຊົນມາ. ເພີ່ນກະເລີຍວ່າສິມາເຮັດໃຫ້ ສັກໃຫ້ໃນຮະຍະຫົກອາທິດ ທິດນຶ່ງມື້ດຽວ ວັນພຸດຊື່ໆ".

 

ນັ້ນລະເປັນແນວນັ້ນ ອັນໜາຍເຖິງວ່າໃຜໆກະຕາມ ໂດຍບໍ່ຕ້ອງໜາຍນັດຫຍັງ ແມ່ນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19 ແຕ່ນັ້ນມາຢູ່ທີ່ສູນກາງວັທນະທັມລາວ ຂອງ ສສຊລ ນະທີ່ 711 - 715 Smithfield Road, Edensor Park, NSW, Australia, 2176.

 

ສຳຮັບຈະຟັງການສຳພາດທ່ານ ບຸນທັມ ວົງໄຊຍານັ້ນກະຣຸນາກົດ : 

 

 


Share
Published 12 August 2021 7:13pm
Updated 13 August 2021 7:49am
By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends